GMT+7 26/05/2018 14:47

ເພີ່ມທະວີຄວາມເຂັ້ມງວດ ສະກັດກັ້ນການຫຼິ້ນກິນຟຸມເຟືອຍຂອງນັກຮຽນ

 

 

ປັດຈຸບັນ, ທຸລະກິດຮ້ານກິນດື່ມ, ຮ້ານບັນເທີງ, ຮ້ານຄາຣາໂອເກະ ຢູ່ໃນນະຄອນຫຼວງວຽງຈັນ ເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີການແຂ່ງຂັນທາງດ້ານທຸລະກິດໃນຮູບແບບຕ່າງໆ ດຶງດູດເອົາລູກຄ້າທຸກຊົນຊັ້ນເຂົ້າ ໃຊ້ບໍລິການກີນດື່ມໃຫ້ຫຼາຍຂຶ້ນ ເພື່ອຫວັງຜົນກຳໄລ, ເຊິ່ງເປັນສາເຫດໜຶ່ງທີ່ພາໃຫ້ເກີດມີຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມມາ ໂດຍສະເພາະການເປີດເພງສຽງດັງສ້າງຄວາມລົບກວນບໍລິເວນອ້ອມຂ້າງ ແລະ ເປັນຈຸດສ່ຽງໃນການກໍ່ອາລະວາດຕີກັນຂອງກຸ່ມໄວລຸ້ນ. ຈາກສະພາບການປ່ຽນແປງທາງວັດທະນະທຳ-ສັງຄົມ ທີ່ເປັນຢູ່ນີ້ເຫັນໄດ້ວ່າສະຖານທີ່ບັນເທີງດັ່ງກ່າວ ມີນັກດື່ມເສື້ອຂາວເຂົ້າໃຊ້ບໍລິການຫຼາຍຂຶ້ນ ແລະ ອາຍຸສະເລ່ຍຂອງ ນັກດື່ມກໍຕໍ່າລົງເລື້ອຍໆ.

ສະພາບດັ່ງກ່າວນີ້, ຫາກມີແຂກຕ່າງດ້າວຊາວຕ່າງປະເທດມາພົບເຫັນແລ້ວນຳໄປວິພາກ ວິຈານຕ່າງໆນາໆ ອາດສົ່ງຜົນກະທົບຕໍ່ການທ່ອງທ່ຽວກໍເປັນໄປໄດ້. ດ້ວຍເຫດນີ້, ທຸກພາກສ່ວນທີ່ກ່ຽວຂ້ອງຄວນ ເພີ່ມທະວີເຂັ້ມງວດກວດກາ ແນໃສ່ປ້ອງກັນບໍ່ໃຫ້ນັກຮຽນເຂົ້າສະຖານທີ່ກິນດື່ມມຶນເມົາ ເພື່ອສະກັດກັ້ນການຫຼິ້ນ ກິນຟຸມເຟືອຍຂອງນັກຮຽນ.

ເມື່ອເວົ້າເຖິງເລື່ອງນີ້. ໃນຊຸມປີຜ່ານມາ, ເຫັນວ່າຫຼາຍພາກສ່ວນໄດ້ສຸມໃສ່ແກ້ໄຂຕາມລະບຽບການຕ່າງໆ. ໃນນີ້, ໃນທ້າຍ ປີ 2013 ທີ່ຜ່ານມາ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຄໍາສັ່ງແນະນໍາ ເລກທີ 009/ຈນວ, ລົງວັນທີ 29 ກັນຍາ 2013 ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດທຸລະກິດບັນເທີງ, ໂຮງແຮມ, ເຮືອນພັກ ແລະ ຮ້ານກິນດື່ມ ຢູ່ໃນນະຄອນຫຼວງວຽງຈັນ ໂດຍອີງຕາມຄຳສັ່ງແນະນຳ ເລກທີ 27/ນຍ, ລົງວັນທີ 5/10/2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຄຳສັ່ງແນະ ນຳ ສະບັບເລກທີ 002/ຈນວ, ລົງວັນທີ 1/6/2012 ວ່າດ້ວຍການແກ້ໄຂ 6 ປະກົດການຫຍໍ້ທໍ້ທາງສັງຄົມ ໃນນະ ຄອນຫຼວງວຽງຈັນ; ເຊິ່ງໃນຄຳສັ່ງແນະນຳສະບັບດັ່ງກ່າວນັ້ນໄດ້ລະບຸໄວ້ວ່າ: ຫ້າມບໍ່ໃຫ້ເປີດບໍລິການກາຍ 23:30 ໂມງ (ສຳລັບຕອນຄ່ຳວັນສຸກ, ວັນເສົາ ແລະ ວັນອາທິດ ແມ່ນບໍ່ໃຫ້ກາຍ 00:30 ໂມງ) ຢ່າງເດັດຂາດ; ຕ້ອງຖື ຄວາມສຳຄັນໃນການປັບປຸງ ສ້ອມແປງສະຖານທີ່ບໍລິການໃຫ້ຖືກຕ້ອງຕາມມາດຕະຖານທີ່ວາງໄວ້ ເພື່ອບໍ່ໃຫ້ມີ ສຽງດັງລົບກວນສັງຄົມອ້ອມຂ້າງຢ່າງເດັດຂາດ; ຫ້າມເດັດຂາດບໍ່ໃຫ້ສວຍໃຊ້ສະຖານທີ່ບັນເທີງ, ຮ້ານກິນດື່ມ, ຮ້ານອາຫານ, ຮ້ານອົບນວດ, ຮ້ານເສີມສວຍທຸກປະເພດ ເປັນບ່ອນມົ້ວສຸມສິ່ງເສບຕິດ ແລະ ການຄ້າປະເວນີ; ຜູ້ປະກອບການທຸລະກິດວັດທະນະທຳ ແລະ ທ່ອງທ່ຽວທຸກປະເພດ ຕ້ອງເປັນເຈົ້າການ ແນະນໍາພະນັກງານປ້ອງກັນ ຄວາມສະຫງົບໃນຮ້ານຂອງຕົນ ໃຫ້ເອົາໃຈໃສ່ກວດກາຄວາມເປັນລະບຽບຮຽບຮ້ອຍ, ບໍ່ອະນຸຍາດໃຫ້ເດັກທີ່ມີອາຍຸ ບໍ່ເຖິງ 18 ປີ ເຂົ້າໃຊ້ບໍລິການຢູ່ຕາມຮ້ານບັນເທີງ ແລະອື່ນໆ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມ. ມາຮອດປັດຈຸບັນນີ້ ເຫັນວ່າ ບັນດາເຈົ້າຂອງຜູ້ປະກອບການທຸລະ ກິດບັນເທີງ, ໂຮງແຮມ, ເຮືອນພັກ ແລະ ຮ້ານກິນດື່ມ ຢູ່ໃນນະຄອນຫຼວງວຽງຈັນ ຕ່າງກໍພາກັນເປັນເຈົ້າການປະ ຕິບັດຄໍາສັ່ງແນະນຳດັ່ງກ່າວໄດ້ດີສົມຄວນ.

ຄຽງຄູ່ກັນນີ້, ກໍຍັງມີຮ້ານອາຫານ, ຮ້ານກິນດື່ມຈຳນວນໜຶ່ງທີ່ຍັງບໍ່ ສາມາດປະຕິບັດໄດ້ດີເທົ່າທີ່ຄວນ, ເຊິ່ງມັນສະແດງໃຫ້ເຫັນຈາກການທີ່ມີນັກຮຽນ, ນັກສຶກສາຈຳນວນໜຶ່ງເຂົ້າ ກິນດື່ມສິ່ງມຶນເມົາຕາມຮ້ານກິນດື່ມຫຼາຍສົມຄວນ. ບັນຫານີ້, ຫຼາຍຄົນຕ່າງກໍໃຫ້ທັດສະນະວ່າ: ການທີ່ນັກຮຽນ ເຂົ້າກິນດື່ມສິ່ງມືນເມົາຕາມຮ້ານບັນເທີງນັ້ນແມ່ນສິດທິສ່ວນບຸກຄົນ ແລະ ຖ້າຫາກຈະສະກັດກັ້ນ ເພື່ອບໍ່ໃຫ້ລູກ ຫຼານຫຼີກລ່ຽງຕາມສະພາບດັ່ງກ່າວ ກໍຕ້ອງແມ່ນຜູ້ປົກຄອງ ເປັນຜູ້ສັ່ງສອນກ່າວເຕືອນ ແລະ ສະຖາບັນການຮຽນ, ການສອນກໍຕ້ອງສຶກສາອົບຮົມໃຫ້ພວກເຂົາຮັບຮູ້ໄດ້ຜົນຮ້າຍ ແລະ ຜົນເສຍຈາກບັນຫາດັ່ງກ່າວ ໃຫ້ຢ່າງເລິກເຊິ່ງ.

ເພາະມີບາງກຸ່ມຄົນໃນເມືອງເຂົ້າໃຈວ່າການກິນດື່ມສິ່ງມືນເມົາບໍ່ຄ່ອຍເປັນບັນຫາເນື່ອງ ຈາກວ່າບັນຫາທີ່ເຂົາມີ ຄວາມກັງວົນໃຈນັ້ນແມ່ນການມົ້ວສຸມຢາເສບຕິດ. ແຕ່ກໍມີບາງທັດສະນະທີ່ແຕກຕ່າງກັນວ່າ: ນັກດື່ມທີ່ພວມ ຢູ່ໃນໄວຮຽນ-ໄວສຶກສາຫາຄວາມຮູ້. ກຸ່ມຄົນເຫຼົ່ານີ້ກໍຍັງບໍ່ມີລາຍຮັບຈາກປະກອບວິຊາອາຊີບ ແລະ ໂດຍສ່ວນຫຼາຍ ກໍລ້ວນແລ້ວແຕ່ແບມືຂໍເງິນນຳພໍ່-ແມ່ເພື່ອໃຊ້ຈ່າຍ ແຕ່ການໃຊ້ຈ່າຍແບບນີ້ ກໍເປັນການໃຊ້ຈ່າຍທີ່ສີ້ນເປືອງ ແລະ ມີບາງທັດສະນະຄະຕິວ່າ ເມື່ອມາເວົ້າເຖິງເລື່ອງນີ້ກໍຄືດັ່ງງົວຂີ້ລາມຫາງ ເພາະວ່າບໍ່ມີແຕ່ນັກຮຽນໃສ່ ຊຸດນັກຮຽນ ເຂົ້າກິນດື່ມໃນຮ້ານບັນເທີງເທົ່ານັ້ນແຕ່ຍັງມີພະນັກງານລັດຖະກອນຫຼາຍກະຊວງ, ຫຼາຍອົງການຈັດຕັ້ງເປັນຈຳ ນວນບໍ່ໜ້ອຍຍັງຖືເບົານຸ່ງເຄື່ອງແບບໃສ່ເຕັມຊຸດຕິດຊັ້ນຕິດລຶບເຂົ້າຮ້ານກິນດື່ມກໍມີໃຫ້ເຫັນເປັນປະຈຳ.

ຢ່າງໃດກໍຕາມ. ເຖິງແມ່ນວ່າຈະມີກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ໄດ້ຖືກຮັບຮອງເອົາໃນ ວາລະກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VII ທີ່ ຜ່ານມາ ກໍເພື່ອແນໃສ່ໃຫ້ການ ຜະລິດ, ການນຳເຂົ້າ, ການຈຳໜ່າຍ, ການໂຄສະນາ, ພັນທະ ແລະ ການອຸປະຖຳຂອງຜູ້ຜະລິດໃຫ້ຢູ່ໃນຄວາມ ເໝາະສົມ ລວມເຖິງກຳນົດມາດຕະການຕໍ່ຜູ້ລະເມີດ ເພື່ອປົກປ້ອງສຸຂະພາບ, ຊີວິດ ແລະ ຊັບສິນຂອງພົນລະເມືອງ ສິ່ງສຳຄັນ ແມ່ນຫຼຸດຜ່ອນຜົນຮ້າຍທີ່ເກີດຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ, ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແລະ ຟູມເຟືອຍຂອງສັງຄົມ. ແຕ່ສິ່ງສຳຄັນ ບັນດາພໍ່ແມ່ຜູ້ປົກຄອງຕ້ອງໄດ້ ເພີ່ມທະວີໃນການສຶກສາອົບລູກຫຼານ ໃຫ້ມີຄວາມເຂົ້າໃຈ ຢ່າງເລິກ, ເຊິ່ງຕໍ່ບັນຫາດັ່ງກ່າວ.

ພ້ອມກັນນີ້, ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເພີ່ມທະວີເຂັ້ມ ງວດໃນການກວດກາ ເພື່ອປ້ອງກັນບໍ່ໃຫ້ນັກຮຽນເຂົ້າສະຖານທີ່ບັນເທີງກິນດື່ມຂອງມຶນເມົາ ແນໃສ່ສະກັດກັ້ນ ການຫຼິ້ນ ກິນຟຸມເຟືອຍຂອງນັກຮຽນ, ນັກສຶກສາ. ເນື່ອງຈາກ ວ່າບັນຫາເຫຼົ່ານີ້, ເປັນອີກປັດໄຈໜຶ່ງທີ່ພາໃຫ້ເກີດ ມີສະພາບການກໍ່ອາລະວາດຕີກັນ, ການປຸ້ນຈີ້-ຊິງຊັບ, ການມົ້ວສຸມຢາເສບຕິດ, ການຄ້າປະເວນີ ແລະອື່ນໆ  ທີ່ຈະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍ ຕາມມາ.

 

 

ຂໍ້ມູນຈາກ: ຈຳປາໂພສ

ຄວາມຄິດເຫັນຂອງຜູ້ອ່ານ (0)