ກຸ່ມຫັດຖະກຳຕ່ຳແຜ່ນ-ແພ ຝ້າຍພື້ນເມືອງ ສ້າງລາຍຮັບໃຫ້ປະຊາຊົນ ຫລາຍລ້ານກີບຕໍ່ເດືອນ
ກຸ່ມຫັດຖະກຳ ຕ່ຳແຜ່ນ-ແພ ຝ້າຍພື້ນເມືອງ ບ້ານນາແກ່ນຄຳ ເມືອງຫົງສາ ແຂວງໄຊຍະບູລີ ສ້າງລາຍຮັບໃຫ້ປະຊາຊົນ ຫລາຍລ້ານກີບ ຕໍ່ຄົນຕໍ່ເດືອນ ພາຍຫລັງທີ່ບໍລິສັດໄຟຟ້າຫົງສາ ຈຳກັດ ໄດ້ຊຸກຍູ້, ສົ່ງເສີມ ແລະ ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.
ທ່ານ ນາງ ແສງຈັນ ແສງທາແກ້ວ ຫົວໜ້າກຸ່ມຫັດຖະກຳ ຕ່ຳແຜ່ນ-ແພ ຝ້າຍພື້ນເມືອງ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ນັບແຕ່ຖືກຍົກຍ້າຍອອກຈາກພື້ນທີ່ ຂອງໂຄງການໄຟຟ້າຫົງສາ ໃຫ້ມາຢູ່ບ້ານໃໝ່ ຈັດສັນ ບ້ານນາແກ່ນຄຳ ບໍລິສັດໄຟຟ້າຫົງສາ ກໍໄດ້ລົງມາຊຸກຍູ້, ສົ່ງເສີມ ແລະ ໃຫ້ຄຳແນະນຳ ກ່ຽວກັບວິທີການປູກຝັງ-ລ້ຽງສັດ, ເຮັດກະສິກຳ, ຫັດຖະກຳ ແລະ ສ້າງຕັ້ງກຸ່ມຫັດຖະກຳຕ່ຳແຜ່ນ-ແພ ຝ່າຍພື້ນເມືອງຂຶ້ນ ເພື່ອໃຫ້ປະຊາຊົນພາຍໃນບ້ານ ມີວຽກເຮັດງານທຳ, ມີຊີວິດການເປັນຢູ່ທີ່ດີຂຶ້ນ, ໂດຍມີສະມາຊິກທັງໝົດ 300 ກວ່າຄົນ ສາມາດສ້າງລາຍຮັບໃຫ້ຄອບຄົວ ທີ່ເປັນສະມາຊິກ ໄດ້ 1.500.000 ກີບຕໍ່ຄົນຕໍ່ເດືອນ.
ສະເພາະຫົວໜ້າກຸ່ມຫັດຖະກຳ ສາມາດເກັບລາຍຮັບໄດ້ 30 ລ້ານກີບຕໍ່ເດືອນ ສິນຄ້າທີ່ຜະລິດ ແລະ ສົ່ງຂາຍ ມີ: ແພສິ້ນ, ເສື້ອ, ຜ້າບ່ຽງ, ຜ້າພັນຄໍ, ຜ້າປູໂຕະ, ຜ້າເຊັດມື. ນອກຈາກນັ້ນ, ຍັງໄດ້ລ້ຽງໝູ, ປູກຜັກເພື່ອເປັນສິນຄ້າ ແລະ ອື່ນໆ ສິນຄ້າສ່ວນໃຫຍ່ແມ່ນສົ່ງອອກໄປຕະຫລາດ ນະ ຄອນຫລວງວຽງຈັນ ແລະ ພາຍໃນ ເມືອງຫົງສາ.
ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ
ຄວາມຄິດເຫັນຂອງຜູ້ອ່ານ (0)