ນາຍົກ ເນັ້ນໃຫ້ຂະແໜງຍຸຕິທຳ ປົກປ້ອງຄົນດີ ແລະ ລົງໂທດຜູ້ກະທຳຜິດຢ່າງເຂັ້ມງວດ
ກະຊວງຍຸຕິທຳຮ່ວມກັບສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ IV ຂຶ້ນວັນທີ 5 ທັນວາ 2017 ທີ່ສູນການຮ່ວມມືສາກົນ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງລາຍງານ ແລະ ປະກອບຄຳຄິດເຫັນແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອເປັນແນວທາງພື້ນຖານໃນການປັບປຸງແກ້ໄຂ ແລະ ສະກັດກັ້ນບັນຫາຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເຊິ່ງໃນຊຸມປີຜ່ານມາ (2013-2016) ທັງ 4 ຂະແໜງການໃນຂະບວນຍຸຕິທຳ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດສາມາດສັງລວມຄະດີອາຍາທີ່ເກີດຂຶ້ນທົ່ວໄປໄດ້ທັງໝົດ 9.360 ລາຍ ແກ້ໄຂສຳເລັດ 5.048 ລາຍ ຍັງສືບຕໍ່ 4.312 ລາຍ ຄະດີເສດຖະກິດ ມີ 1.551 ລາຍ ສຳເລັດ 1.173 ລາຍ ຍັງສືບຕໍ່ 378 ລາຍ ຄະດີຄ້າມະນຸດ ມີ 402 ລາຍ ແກ້ໄຂ 309 ລາຍ ສືບຕໍ່ 93 ລາຍ ມ້າງຢາເສບຕິດໄດ້ 7.743 ລາຍ ສຳເລັດ 4.806 ລາຍ ສືບຕໍ່ 2.937 ລາຍ ຢຶດຂອງກາງປະເພດຢາເສບຕິດປະເພດຢາບ້າ 10.511 ກິໂລ ເຮໂລອິນ 752,8 ກິໂລ ຝິ່ນ 261,12 ກິໂລ ກັນຊາແຫ້ງ 10.234,76 ກິໂລ ໂຄເຄນ 10,51 ກິໂລ ແປ້ງຝຸ່ນສານເຄມີຢາເສບຕິດ 9.605 ກິໂລ ແລະ ນ້ຳຢາສານເສບຕິດ 6.690,3 ກິໂລ ເປັນຕົ້ນ ວຽກງານອົງການໄອຍະການປະຊາຊົນ ໄດ້ອອກຄຳສັ່ງຈັບຕົວ 4.777 ສະບັບ ຄຳສັ່ງກັກຂັງພາງ 27.146 ສະບັບ ຄຳສັ່ງຕໍ່ກຳນົດເວລາກັກຂັງພາງ 12.056 ສະບັບ ມີອົງປະກອບຂອງການກະທຳຜິດຄົບຖ້ວນ ແລ້ວສັ່ງຟ້ອງໃຫ້ສານພິຈາລະນາຕັດສິນ 16.629 ເລື່ອງ ສົ່ງຄືນໃຫ້ອົງການສືບສວນ-ສອບສວນ 8.510 ເລື່ອງ ໂຈະການດຳເນີນຄະດີ 189 ເລື່ອງ ຊັດມ້ຽນຄະດີ 1.474 ເລື່ອງ ສົ່ງພາກສ່ວນອື່ນແກ້ໄຂທາງບໍລິຫານ 482 ເລື່ອງ ວຽກງານສານປະຊາຊົນ ມີຄະດີເຂົ້າມາສານປະຊາຊົນທົ່ວປະເທດ 31.390 ເລື່ອງ ແກ້ໄຂໄດ້ 30.817 ເລື່ອງ ສືບຕໍ່ 2.186 ເລື່ອງ ໃນນີ້ ສານຂັ້ນຕົ້ນສາມາດຕັດສິນໄດ້ທັງໝົດ 24.814 ເລື່ອງ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີຄຳຕັດສິນເຂົ້າມາອົງການຈັດຕັ້ງຄຳຕັດສິນຂອງສານທົ່ວປະເທດ ທັງໝົດ 27.469 ເລື່ອງ ໃນນັ້ນ ຄະດີແພ່ງ 8.303 ເລື່ອງ ແລະ ຄະດີອາຍາ 3.010 ເລື່ອງ.
ຕອນທ້າຍກອງປະຊຸມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ໂອ້ລົມ ເຊິ່ງທ່ານໄດ້ເນັ້ນໃຫ້ຂະແໜງຍຸຕິທຳທັງ 4 ພາກ ສ່ວນເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມ ແລະ ສ້າງຄວາມເຂົ້າໃຈກ່ຽວກັບບັນດາກົດໝາຍໃຫ້ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງເລິກ ເຊິ່ງສືບຕໍ່ສ້າງກົດໝາຍ ແລະ ຜັນຂະຫຍາຍບາງກົດໝາຍໃຫ້ເປັນນິຕິກຳລຸ່ມກົດໝາຍທີ່ລະອຽດຈະແຈ້ງ ທີ່ສາມາດນຳໃຊ້ເປັນບ່ອນອີງໃນການດຳເນີນຄະດີທີ່ຖືກຕ້ອງ ປົກປ້ອງຄົນດີ ແລະ ລົງໂທດຜູ້ກະທຳຜິດຢ່າງເຂັ້ມງວດ ສືບຕໍ່ປັບປຸງລະບົບການຈັດຕັ້ງ ກໍ່ຄືການເຄື່ອນໄຫວວຽກງານທີ່ເຮັດໜ້າທີ່ພິຈາລະນາ ແລະ ດຳເນີນຄະດີຕາມຂະບວນຍຸຕິທຳໃຫ້ມີຄວາມກະທັດຮັດຖືກຕ້ອງໂປ່ງໃສ ຄຽງຄູ່ກັບການເພີ່ມທະວີຊີ້ນຳທາງດ້ານກົດໝາຍປັບປຸງກົນໄກລະບົບການເຮັດວຽກ ໃຫ້ມີຄວາມສອດຄ່ອງ ທັງລະດັບສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໄດ້ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງພັກ-ລັດຖະບານວາງອອກ ໃຫ້ປະສົບຜົນສຳເລັດຕາມຄາດໝາຍວາງໄວ້ເປັນກ້າວໆ.
ຂໍ້ມູນຈາກ: ວຽງຈັນໃຫມ່
ຄວາມຄິດເຫັນຂອງຜູ້ອ່ານ (0)