ຈັບເປົ້າໝາຍຄ້າຂາຍຢາເສບຕິດ 86 ພັນເມັດ
ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນ້ຳທາ ໄດ້ນຳກຳລັງເຂົ້າຈັບຕົວຜູ້ລັກລອບຄ້າຂາຍຢາເສບຕິດ ປະເພດຢາບ້າ ໃນຂະນະທີ່ພວກກ່ຽວກຳລັງນັດສົ່ງຢາບ້າໃຫ້ກັນຢູ່ສວນຫຼັກເມືອງ ເມືອງສິງ ແຂວງຫຼວງນ້ຳທາ ສາມາດຢຶດຢາບ້າໄດ້ 86.000 ເມັດ ໃນວັນທີ 4 ກັນຍາ 2017 ພ້ອມທັງກັກຕົວຜູ້ຖືກຫາໄດ້ 2 ຄົນ ໄປສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການນຳກັນ.
ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ໃນວັນທີ 4 ກັນຍາ ຈະມີກຸ່ມຄົນບໍ່ດີລັກລອບເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຢາເສບຕິດ ປະເພດຢາບ້າ ຢູ່ສວນຫຼັກເມືອງ ເມືອງສິງ ແຂວງຫຼວງນ້ຳທາ ຈາກນັ້ນ ຈຶ່ງໄດ້ຈັດກຳລັງວິຊາສະເພາະລົງຕິດຕາມເກັບກຳຂໍ້ມູນຈາກແຫຼ່ງຂ່າວ ຜ່ານການຕິດຕາມເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ວາງແຜນມ້າງຄະດີດັ່ງກ່າວ ມາຮອດເວລາປະມານ 12:00 ໂມງຂອງວັນດຽວກັນ ຈຶ່ງພົບເຫັນເປົ້າໝາຍ 2 ຄົນຂີ່ລົດຈັກໄປຈອດຢູ່ສວນຫຼັກເມືອງ ຈາກນັ້ນ ເຈົ້າໜ້າທີ່ຕຳຫຼວດຈຶ່ງເຂົ້າຈັບຕົວໄດ້ 2 ຄົນ ຊື່ທ້າວ ສອນຄຳ ອາຍຸ 24 ປີ ຢູ່ບ້ານຈອມໝອກ ແລະ ທ້າວ ອາລີ ອາຍຸ 22 ປີ ຢູ່ບ້ານພະຍາຫຼວງ ເມືອງລອງ ແຂວງຫຼວງນ້ຳທາ ພົບເຫັນຢາບ້າ 43 ມັດ ເທົ່າກັບ 86.000 ເມັດ ທີ່ຊຸກເຊື່ອງໄວ້ໃນເປົາ ພ້ອມໂທລະສັບມືຖື 3 ໜ່ວຍ ແລະ ລົດຈັກ 2 ຄັນ.
ຜ່ານການສືບສວນ-ສອບສວນ ຜູ້ຖືກຫາທັງສອງຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງພວກຕົນແທ້ ເຊິ່ງໄດ້ສັ່ງຊື້ມາຈາກຄົນປະເທດເພື່ອນບ້ານ (ປະເທດມຽນມາ) ຈຳນວນ 43 ມັດ ເທົ່າກັບ 86.000 ເມັດ ເພື່ອຈະເອົາໄປຂາຍໃຫ້ຜູ້ສັ່ງຊື້ຢູ່ເມືອງສິງ ໂດຍນັດສົ່ງໃຫ້ກັນຢູ່ສວນຫຼັກເມືອງ ແຕ່ຍັງບໍ່ທັນໄດ້ຂາຍກໍ່ຖືກເຈົ້າໜ້າທີ່ກັກຕົວ ພ້ອມຢາບ້າຈຳນວນດັ່ງກ່າວ ໄປດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີ ຕາມລະບຽບກົດໝາຍ.
ຂໍ້ມູນຈາກ: ວຽງຈັນໃຫມ່
ຄວາມຄິດເຫັນຂອງຜູ້ອ່ານ (0)