ຮ້ານແຕ໋ງໄໝ-ຝ້າຍຄູວຽງ ໄດ້ຮັບກາໝາຍໂອດ໋ອບ
ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຜ່ານມາໄດ້ຈັດພິທີເປີດປ້າຍ ແລະ ມອບໃບອະນຸຍາດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໋ອບ (ODOP) ຄັ້ງທຳອິດວິສາຫະກິດສ່ວນບຸກຄົນ ຜະລິດຕະພັນປາແດກຮຸ່ງເຮືອງສິນຂອງທ່ານນາງ ວິໄລສິນ ບ້ານຈອມເພັດເໜືອ ໃນຄັ້ງວັນທີ 18 ມິຖຸນາ 2013 ຈາກນັ້ນ ກໍ່ມີການສືບຕໍ່ຊຸກຍູ້ຂະບວນການຈົນມາເຖິງວັນທີ 21 ກັນຍາ 2017 ໄດ້ຈັດພິທີປະກາດຕິດກາໝາຍໂອດ໋ອບ ເປັນຫົວໜ່ວຍທີ 6 ຂອງເມືອງ ແລະ ຫົວໜ່ວຍ 40 ຂອງ ນວ ຄື: ວິສາຫະກິດສ່ວນບຸກຄົນ ຮ້ານແຕ໋ງໄໝ-ຝ້າຍຄູວຽງຂອງທ່ານ ບົວລຳເພັດ ອິນທະສານ ບ້ານພະໄຊ ປະກອບມີ 2 ຜະລິດຕະພັນຊຸດຜ້າຝ້າຍ ແລະ ຊຸດຜ້າໄໝຍິງ-ຊາຍ.
ທ່ານ ບົວລຳເພັດ ອິນທະສານ ເຈົ້າຂອງວິສາຫະກິດສ່ວນບຸກຄົນຮ້ານແຕ໋ງໄໝ-ຝ້າຍຄູວຽງ ກ່າວວ່າ: ເລີ່ມສ້າງຕັ້ງມາແຕ່ປີ 2000 ດ້ວຍທຶນ 99 ລ້ານກີບ ແຕ່ກ່ອນແມ່ນຢູ່ແຂວງສະຫວັນນະເຂດ ໂດຍເລີ່ມຈາກກີ່ຕ່ຳຫູກ 10 ກີ່ ຕ່ຳສິ້ນໄໝ ແລະ ແຜ່ນແພ ມີກຸ່ມຕັດຫຍິບ 15 ຄົນ ໄດ້ອອກແບບເສື້ອເຄື່ອງນຸ່ງທັງຍິງ-ຊາຍ ຍ້ອນການພັດທະນາເສດຖະກິດ-ສັງຄົມ ຮ້ານຂອງພວກເຮົາກໍ່ສືບຕໍ່ພັດທະນາຮູບແບບທີ່ທັນສະໄໝ ປະສົມປະສານກັບສີໄມ້ລາຍມືມໍລະດົກອັນລ້ຳຄ່າ ປັດຈຸບັນ ມີກີ່ຕ່ຳຫູກ 20 ກີ່ ພ້ອມກັບຂະຫຍາຍສາຂາພາຍໃນນະຄອນຫຼວງ ແລະ ແຂວງໃກ້ຄຽງ.
ເຂົ້າຮ່ວມພິທີເປີດກາໝາຍໂອດ໋ອບມີທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງສີສັດຕະນາກ ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ.
ຄວາມຄິດເຫັນຂອງຜູ້ອ່ານ (0)