ສຸກສະຫວັນ ມະນີວົງໄຊ ຊະນະເລີດແຕ້ມຮູບລະດັບໂລກ
ພິທີປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ນາງ ສຸກສະຫວັນ ມະນີວົງໄຊ ນັກຮຽນໂຮງຮຽນ ມສ ເພຍວັດ ທີ່ໄດ້ຊະນະເລີດການແຂ່ງຂັນຄັດເລືອກ ແຕ້ມຮູບລົດໂຕໂຢຕ້າໃນຝັນຂອງຂ້ອຍ (Dream Car Art contest) ຢູ່ປະເທດຍີ່ປຸ່ນ ຈັດຂຶ້ນວັນທີ 6 ກຸມພາ 2019 ຢູ່ກະຊວງສຶກສາທິການ ແລະ ກີລາ (ສສກ) ເຊິ່ງປະດັບຫຼຽນໂດຍທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງ ສສກ ມີທ່ານ ມາຊາອະກິ ຄາວາບາຕະ ຜູ້ອຳນວຍການບໍລິສັດ ໂຕໂຢຕ້າລາວ ຈຳກັດ ທ່ານ ຈັດກະລິນ ຊົນນະທີທອນ ຜູ້ອຳນວຍການສຳນັກງານໂຄງການເຂດພາກພື້ນແມ່ນ້ຳຂອງ ບໍລິສັດ ໂຕໂຢຕ້າມໍເຕີ້ປະເທດໄທ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຄັດເລືອກຮູບແຕ້ມໂຕໂຢຕ້າໃນຝັນຂອງຂ້ອຍ ເປັນກິດຈະກຳໜຶ່ງທີ່ບໍລິສັດໂຕໂຢຕ້າ ໄດ້ລິເລີ່ມຈັດຕັ້ງປະຕິບັດຢູ່ລາວ ມາແຕ່ປີ 2011 ແລະ ປີນີ້ເປັນຄັ້ງທີ 12 ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກກະຊວງສຶກສາທິການ ແລະ ກີລາ ໃນສົກຮຽນ 2017-2018 ໄດ້ເປີດກວ້າງໃຫ້ເຍົາວະຊົນລາວທົ່ວປະເທດ ສົ່ງຜົນງານຮູບແຕ້ມເຂົ້າຮ່ວມການຄັດເລືອກ 5.064 ຜົນງານ ການຄັດເລືອກຮອບທຳອິດໄດ້ຄັດເລືອກໄດ້ 30 ຜົນງານ ຮອບຮອງ 15 ຜົນງານ ແລະ ຮອບຊະນະເລີດຄັດເລືອກໄດ້ 9 ຜົນງານ ຈາກແຕ່ລະປະເພດອາຍຸ ຈາກນັ້ນ ຄະນະຮັບຜິດຊອບໂຄງການກໍໄດ້ນຳເອົາ 9 ຜົນງານໃນຮອບສຸດທ້າຍ ສົ່ງໄປຄັດເລືອກໃນລະດັບໂລກຢູ່ປະເທດຍີ່ປຸ່ນ ເຊິ່ງມີ 76 ຜົນງານເຂົ້າຮ່ວມ ຜ່ານການຄັດເລືອກຮູບແຕ້ມຂອງນາງ ສຸກສະຫວັນ ມະນີວົງໄຊ ອາຍຸ 15 ປີ ສປປ ລາວ ໄດ້ຮັບຊະນະເລີດການແຂ່ງຂັນ Toyota Dream Car Art Contest ປະຈຳປີ 2018.
ສຳລັບກິດຈະກຳໃນຕໍ່ໜ້າ ບໍລິສັດ ໂຕໂຢຕ້າລາວ ຈຳກັດ ຈະສືບຕໍ່ສະໜັບສະໜູນໂຄງການດ້ານການສຶກສາ ແລະ ສິລະປະ-ວັດທະນະທຳ ເພື່ອເປີດໂອກາດໃຫ້ເຍົາວະຊົນລາວທົ່ວປະເທດ ໄດ້ສະແດງຄວາມຮູ້-ຄວາມສາມາດດ້ານສິລະປະຂອງຕົນ ໂດຍສະເພາະ ການເຂົ້າຮ່ວມໂຄງການຄັດເລືອກຮູບແຕ້ມລົດໂຕໂຢຕ້າໃນຝັນຂອງຂ້ອຍ ໃຫ້ຫຼາຍຂຶ້ນ.
ແຫຼ່ງຂ່າວ: ນສພ ຄວາມສະຫງົບ