ການເກັບລາຍຮັບອາດບັນລຸເປົ້າ ແຕ່ກໍພົບຄວາມທ້າທາຍສູງ

ໃນປີ 2018 ເຖິງວ່າເສດຖະກິດມະຫາພາກໂດຍລວມຍັງມີຄວາມໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ໃນຈັງຫວະທີ່ ຊ້າລົງເຮັດໃຫ້ການເຕີບໂຕຂອງ GDP ຈະບໍ່ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ຍັງເປັນການເຕີບໂຕທີ່ບໍ່ທັນມີຄຸນນະພາບເທົ່າ ທີ່ຄວນ. ຂະນະທີ່ການຈັດເກັບລາຍຮັບຈະມີທ່າຕັ້ງໜ້າດີຂຶ້ນ ແຕ່ກໍຍັງບໍ່ທັນຄົບຖ້ວນຕາມທ່າແຮງທີ່ມີ ແລະ ກົນໄກການຄຸ້ມຄອງ ຍັງຕ້ອງໄດ້ສືບຕໍ່ປັບປຸງໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາປີ 2018 ແລະ ທິດທາງແຜນປີ 2019 ທີ່ຜ່ານມາ ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປີ 2018 ເຫັນວ່າອັດຕາການເພີ່ມຂຶ້ນຂອງ GDP ໝົດປີ ຈະບັນລຸພຽງແຕ່ 6,5% ( ຄາດໝາຍສະພາຮັບຮອງ 7% ) ຫຼື ເປັນມູນຄ່າ 152.425 ຕື້ກີບ, ແຕ່ຖ້າຄິດໄລ່ເປັນ GDP ສະເລ່ຍຕໍ່ຫົວຄົນ ເຫັນວ່າສູງກວ່າຄາດໝາຍທີ່ວາງໄວ້ເລັກໜ້ອຍ ເທົ່າກັບ 2.599 ໂດລາສະຫະລັດ ( ມະຕິສະພາ 2.536 ໂດລາ ), ລາຍໄດ້ແຫ່ງຊາດຕໍ່ຫົວຄົນ ( GNI ) ເທົ່າກັບ 2.209 ໂດລາສະຫະລັດ ( ມະຕິສະພາ 2.004 ໂດລາ ). ສ່ວນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2018 ຄາດຈະບັນລຸໄດ້ 25.496 ຕື້ກີບ ເທົ່າກັບ 100,17% ຂອງແຜນການປີ. ໃນນີ້, ລາຍຮັບພາຍໃນ 22.421 ຕື້ກີບ ເທົ່າກັບ 98,77% ຂອງແຜນການປີ; ( ລາຍຮັບພາຍໃນຂອງ ບາງຂະແໜງການ ຄາດວ່າຈະຈັດເກັບໄດ້ເກີນແຜນຍ້ອນມີລາຍຮັບຈາກການຊຳລະໜີ້ຂອງລັດວິສາຫະກິດ, ເງິນປັນຜົນຈາກ ການຂາຍຫຸ້ນຂອງບໍລິສັດລົງທຶນ. ນອກຈາກນີ້, ຍັງມີລາຍຮັບຂະແໜງວິຊາການ ເພື່ອຈົດຮັບ – ຈົດຈ່າຍ ເພີ່ມຕາມການສະເໜີ ຂອງຂະແໜງການ ແລະ ທ້ອງຖິ່ນນຳອີກ ).

ທ່ານ ສົມດີ ດວງດີ ກ່າວຕໍ່ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນ ຕາປີ 2018 ເຖິງຈະມີທ່າຕັ້ງໜ້າດີຂຶ້ນ ແຕ່ຍັງມີຂໍ້ຄົງຄ້າງຫຼາຍດ້ານ ເປັນຕົ້ນ: ຄາດຄະເນການເຕີບໂຕຂອງ GDP ໃນປີ 2018 ຈະບໍ່ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ຍັງເປັນການເຕີບໂຕທີ່ບໍ່ທັນມີຄຸນນະພາບເທົ່າທີ່ຄວນ, ການຂະຫຍາຍຕົວສ່ວນໃຫຍ່ ກະຈາຍຢູ່ຕາມຕົວເມືອງໃຫຍ່ ສ່ວນຢູ່ຊົນນະບົດຫ່າງໄກຍັງຂະຫຍາຍຕົວຊ້າ, ຄວາມທຸກຍາກຍັງແກ້ໄຂບໍ່ທັນໄດ້ຫຼາຍເທົ່າທີ່ຄວນ ຍັງອີງໃສ່ຊັບພະຍາກອນທຳມະຊາດເປັນຕົ້ນຕໍ; ການເກັບລາຍຮັບເຖິງວ່າຈະມີທ່າຕັ້ງໜ້າດີຂຶ້ນ ແຕ່ກໍ່ຍັງບໍ່ທັນຄົບຖ້ວນຕາມ ທ່າແຮງທີ່ມີ ແລະ ກົນໄກການຄຸ້ມຄອງຍັງຕ້ອງໄດ້ສືບຕໍ່ປັບປຸງໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ. ນອກນີ້, ສະພາບ ຄວາມຫຍຸ້ງ ຍາກທາງງົບປະມານ ແລະ ການຄາດດຸນທີ່ສະສົມມາຫຼາຍປີ ເຮັດໃຫ້ງົບປະມານຂາດສະພາບຄ່ອງ ແລະ ບໍ່ທັນສາມາດຕອບສະ ໜອງໄດ້ຢ່າງພຽງພໍຕາມຄວາມຕ້ອງການຂອງການພັດທະນາເສດຖະກິດ – ສັງຄົມ; ການຄຸ້ມຄອງລາຄາສິນຄ້າຍັງເຮັດບໍ່ທັນໄດ້ດີ, ການຜະລິດສິນຄ້າຍັງບໍ່ທັນພົ້ນເດັ່ນ, ການລົງທຶນສ່ວນຫຼາຍແມ່ນເນັ້ນໃສ່ແຕ່ການກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງໂຄງ ການລົງທຶນຂອງລັດ ເຖິງແມ່ນວ່າໄດ້ປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ແຕ່ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ການຊ່ວຍ ເຫຼືອ – ການກູ້ຢືມຈາກຕ່າງປະເທດ ແລະ ການລົງທຶນຂອງພາກເອກະຊົນຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນ; ການຂາດດຸນບັນຊີ ຊຳລະປົກກະຕິມີລັກສະນະເພີ່ມຂຶ້ນ, ປະລິມານຄັງສຳຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າ ຫຼຸດລົງຍ້ອນວ່າການຂາດດຸນການ ຄ້າຍັງສູງ, ຍັງບໍ່ທັນສາມາດຄຸ້ມຄອງການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ແລະ ສິນຄ້ານອກລະບົບຢູ່ຕາມຊາຍແດນຢ່າງຮັດກຸມ, ການສົ່ງອອກສ່ວນໃຫຍ່ມີການຊຳລະສະສາງເງິນຕາຢູ່ຕ່າງປະເທດ.

ສະມັດຖະພາບຂອງການຜະລິດຍັງບໍ່ທັນສູງ, ຍັງມີລັກສະນະທຳມະຊາດ ຈຶ່ງເຮັດໃຫ້ການຜະລິດກະສິກຳເປັນສິນຄ້າຕິດພັນກັບອຸດ ສາຫະກຳປຸງແຕ່ງບໍ່ທັນຂະຫຍາຍຕົວດີ ແລະ ຍັງບໍ່ທັນສົມຄູ່ກັບທ່າແຮງຂອງປະເທດ, ການນຳໃຊ້ເຕັກໂນໂລຊີໃໝ່, ທັນສະໄໝ, ນະວັດຕະກຳຍັງມີໜ້ອຍ, ການປູກໄມ້ອຸດສາຫະກຳທົດແທນ ເພື່ອສ້າງລາຍຮັບໃຫ້ແກ່ປະເທດຍັງຈຳກັດ; ການຜະລິດ ແລະ ການແຂ່ງຂັນຂອງ SME ຍັງບໍ່ທັນຂະຫຍາຍຕົວ ເຖິງວ່າພວກເຮົາຈະມີນິຕິກຳທີ່ຮອງຮັບແລ້ວຫຼາຍສະບັບ ແຕ່ກໍ່ຍັງບໍ່ທັນສາມາດ ຊຸກຍູ້ສົ່ງເສີມໃຫ້ SME ເຕີບໃຫຍ່ຂະຫຍາຍຕົວໃຫ້ກາຍເປັນພື້ນຖານໃຫ້ແກ່ເສດຖະກິດແຫ່ງຊາດໄດ້; ຂະແໜງການບໍລິການ ໂດຍສະເພາະຂະແໜງການຂົນສົ່ງ, ການຂາຍຍົກ – ຂາຍຍ່ອຍ, ການທ່ອງທ່ຽວຍັງບໍ່ທັນເຂັ້ມແຂງ ແລະ ບໍ່ທັນເປັນລະບົບເທົ່າທີ່ ຄວນ ແລະ ຍັງບໍ່ທັນປະກອບສ່ວນຢ່າງແຂງແຮງ ຕໍ່ການເຕີບໂຕເສດຖະກິດ ແລະ ການສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ; ການພັດທະນາຊັບພະຍາກອນມະນຸດທາງດ້ານປະລິມານ ແລະ ຄຸນນະພາບຍັງບໍ່ທັນຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາເສດຖະກິດ – ສັງຄົມໃນໄລຍະໃໝ່ ( ຍັງມີລັກສະນະໄປຕາມຄ່ານິຍົມຂອງສັງຄົມ ) ຕົວຢ່າງ: ແຮງງານທີ່ຊຳນານ ແລະ ມີລະບຽບວິໄນມີຈຳນວນຈຳກັດຫຼາຍ, ເຮັດໃຫ້ໂຄງການໃຫຍ່ຈຳນວນໜຶ່ງຈຳເປັນຕ້ອງໄດ້ໃຊ້ແຮງງານ ຕ່າງປະເທດ; ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງບໍ່ທັນເຂົ້າສູ່ລວງເລິກເທົ່າທີ່ຄວນ ຈຶ່ງເຮັດໃຫ້ມີ ຄວາມແຕກໂຕນຂອງການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດ ແລະ ເຮັດໃຫ້ຄວາມເລື່ອມລ້ຳຢູ່ໃນສັງຄົມ ຂະຫຍາຍກວ້າງອອກ; ປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນການຫຼິ້ນກິນຟຸມເຟືອຍ, ບັນຫາຢາເສບຕິດ, ການປຸ້ນຈີ້, ຂີ້ລັກງັດແງະ, ອຸບັດເຫດ ແລະ ໄພສັງຄົມອື່ນໆ ເຖິງແມ່ນວ່າໄດ້ເອົາໃຈໃສ່ແກ້ໄຂແຕ່ກໍ່ຍັງມີລັກສະນະແຜ່ຫຼາຍ ແລະ ສົ່ງຜົນທາງລົບຕໍ່ສັງຄົມ ໂດຍສະເພາະແມ່ນໄວໜຸ່ມ; ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍຍັງບໍ່ທັນເຂັ້ມງວດ, ກົງຈັກລັດຍັງບໍ່ທັນກະທັດຮັດ ແລະ ການປະສານງານລະຫວ່າງສາຍຕັ້ງສາຍ ຂວາງ ແລະ ການຕິດຕາມ, ກວດກາແຕ່ລະວຽກງານຍັງບໍ່ທັນເປັນລະບົບ ແລະ ຄ່ອງຕົວເທົ່າທີ່ຄວນ ແລະ ແບບແຜນການເຮັດວຽກ ແລະ ກົນໄກການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນເປັນ ລະບົບຄົບຊຸດ, ຍັງຊ້ຳຊ້ອນ, ບໍ່ສາມາດປະຕິບັດຕາມແຜນການທີ່ວາງໄວ້.

 

[ ຂ່າວ: ສົມລົດ ]

Leave a Reply

Your email address will not be published. Required fields are marked *

Facebook