ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຫຼາຍໜ້າວຽກປະຕິບັດສໍາເລັດ
ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈັດຂຶ້ນວັນທີ 13 ພະຈິກ 2018 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ມີຮອງລັດຖະມົນຕີ ພ້ອມດ້ວຍບັນດາຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ທ່ານ ບຸນຈັນ ສິນທະວົງ ກ່າວວ່າ: ການສະເໜີຂໍງົບປະມານບໍລິຫານໂຄງການສຳລັບປີ 2018 ໄດ້ຈັດຕັ້ງປະຕິບັດສຳເລັດ ງົບປະມານບໍລິຫານໂຄງການສຳລັບປີ 2018 ຈຳນວນ 38 ຕື້ກວ່າກີບ ສະພາໄດ້ຮັບຮອງເອົາວັນທີ 14 ສິງຫາ 2018 ການຮ່ວມມືແນະນຳການເບີກຈ່າຍຄ່າຊົດເຊີຍ ໄດ້ຈັດຕັ້ງປະຕິບັດສຳເລັດ ຫົວໜ້າຄະນະຊີ້ນຳໂຄງການໄດ້ອອກຂໍ້ຕົກລົງກ່ຽວກັບປຶ້ມຄູ່ມື ແນະນຳການເບີກຈ່າຍຊົດເຊີຍສິ່ງກີດຂວາງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ພິມຄູ່ມືແນະນຳເບີກຈ່າຍຄ່າຊົດເຊີຍສຳເລັດ 800 ຫົວ ແລະ ແຈກຢາຍໃຫ້ຄະນະໄກ່ເກ່ຍແຂວງ ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ງົບປະມານຄ່າຊົດເຊີຍສິ່ງກີດຂວາງທີ່ຍັງບໍ່ທັນພຽງພໍຈາກງົບປະມານ ທີ່ມີໃນໂຄງການໃນເມື່ອກ່ອນ ຄາດວ່າປະມານ 1.800 ຕື້ກີບ ແຕ່ຜ່ານການກວດກາຄືນຂອງບັນດາແຂວງແມ່ນ 2.106 ຕື້ກີບ ຄະນະຄຸ້ມຄອງໂຄງການໄດ້ປະສານກັບກະຊວງການເງິນ ແລະ ຄະນະກຳມະການຮ່ວມມື ລາວ-ຈີນ ຮ່າງໜັງສືລາຍງານທ່ານນາຍົກສຳເລັດ ການສະເໜີແຕ່ງຕັ້ງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເພີ່ມ ໂດຍໃຫ້ມີຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່ ກະຊວງກະສິກຳ ແລະ ປ່າໄມ້ ການກໍ່ສ້າງແຄ້ມຂອງກຳລັງ ປກສ ຄະນະຄຸ້ມຄອງໂຄງການຮ່ວມມືກັບບໍລິສັດ ຮ່ວມທຶນທາງລົດໄຟ ລາວ-ຈີນ ໃຫ້ໄດ້ຈັດຕັ້ງປະຕິບັດສຳເລັດ ສ່ວນ ປກຊ ບໍ່ໄດ້ຮັບງົບປະມານປີ 2018 ໄດ້ໂອນເງິນເຂົ້າບັນຊີຂອງກະຊວງປ້ອງກັນປະເທດ 9,31 ຕື້ກີບ ແລະ ກະຊວງປ້ອງກັນຄວາມສະຫງົບ 14,19 ຕື້ກີບ ກະຊວງແຜນການ ແລະ ການລົງທຶນ ໄດ້ລົງໄປແກ້ໄຂຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ມີບົດບັນທຶກຮ່ວມກັນລະອຽດແລ້ວກ່ຽວກັບຂັ້ນຕອນ ແລະ ວິທີແກ້ໄຂລະຫວ່າງບໍລິສັດທາງລົດໄຟ ລາວ-ຈີນ ແລະ ເຂດເສດຖະກິດສະເພາະບໍ່ເຕັນແດນງາມ ການຈັດຕັ້ງປະຕິບັດບົດບັນທຶກດັ່ງກ່າວ ໄດ້ດຳເນີນໄປໂດຍດີ ປັດຈຸບັນ ວຽກທີ່ຍັງຄ້າງແຕ່ການກໍ່ສ້າງຕ້ານເຈື່ອນປາກທາງເຂົ້າອຸໂມງ.