ລະບົບ Auto Brake Hold ໃຊ້ວຽກຢ່າງໃດຈຶ່ງຈະຖືກຕ້ອງ?
ລົດລຸ່ນໃໝ່ໆ ຫລາຍລຸ່ນຕິດຕັ້ງລະບົບເບກມືໄຟຟ້າ ຈະຖືກເສີມດ້ວຍລະບົບ Auto Brake Hold ມາໃຫ້ດ້ວຍລະບົບທີ່ວ່ານັ້ນຄືຫຍັງ ແລ້ວມີວິທີໃຊ້ງານແບບໃດ?
ລະບົບອໍໂຕ່ Auto Brake Hold ເປັນລະບົບທີ່ຊ່ວຍຢຽບເບກຄ້າງໄວ້ຕະນະຈອດລົດຕິດໄຟແດງ ຫລືສະພາບຈາລະຈອນເຄື່ອນຕົວຊ້າ ສະຫລັບຢຸດ ເຮັດໃຫ້ຜູ້ຂັບຂີ່ບໍ່ຈຳເປັນຕ້ອງຢຽບເບກຄ້າງໄວ້ດ້ວຍໂຕເອງ ເຊິ່ງແຕກຕ່າງຈາກລະບົບຊ່ວຍອອກໂຕທາງຊັນ (Hill Start Assist) ທີ່ຈະເຮັດວຽກສະເພາະລົດຕິດຢູ່ທາງຊັນເພື່ອໃຫ້ຜູ້ຂັບຂີ່ສະຫລັບຕີນໄປຢຽບແປ້ນຄັນເລັ່ງໂດຍທີ່ບໍ່ເຮັດໃຫ້ລົດໄຫລຖອບຫລັງ
ສຳລັບລະບົບຊ່ວຍຢຽບເລກອັດຕະໂນມັດ Auto Brake Hold ຜູ້ຂັບຂີ່ຈຳເປັນຕ້ອງກົດປຸ່ມບໍລິເວນໃກ້ກັບສະວິກມືໄຟຟ້າເພື່ອເປີດລະບົບ ຈາກນັ້ນກໍ່ຢຽບເບກເພື່ອສະລໍຄວາມໄວຈົນເຖິງຈຸດຢຸດ ລັກຊະນະ ການເຮັດວຽກຈະປະກົດເທິງໜ້າປັດ ຜູ້ຂັບຂີ່ສາມາດປ່ອຍຕີນອອກຈາກແປ້ນເບກໄດ້ທັນທີ ແມ້ວ່າເກຍຈະຍັງຄົງຢູ່ໃນຕຳແໜ່ງ D ກໍ່ຕາມ
ໃນກໍລະນີຈອດລົດ ຫາກປ່ຽນຕຳແໜ່ງເກຍມາທີ່ P ໃນຄະນະທີ່ລະບົບ Auto Brake Hold ຄົງຍັງເຮັດວຽກຢູ່ ລະບົບຈະປ່ຽນເປັນເບກມືໂດຍອັດຕະໂນມັດ ບໍ່ຈຳເປັນຕ້ອງດອງສະວິກເບກແຕ່ຢ່າງໃດ
ຫາກລົດຂອງເຈົ້າມີລະບົບດັ່ງກ່າວນີ້ກໍ່ຢ່າງລືມໃຊ້ວຽກໃຫ້ເກີດປະໂຫຍດສູງສຸດ
ຂໍ້ມູນມາຈາກ : ອໍໂຕ່ສະນຸກ