6 ເດືອນຕົ້ນປີ ມີນັກທ່ອງທ່ຽວ ເຂົ້າມານະຄອນຫຼວງວຽງຈັນ 7 ແສນກວ່າຄົນ
ໃນ 6 ເດືອນຕົ້ນປີ 2019 ນີ້, ນະຄອນຫຼວງວຽງຈັນ (ນວ) ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມສະຖານທີ່ ທ່ອງທ່ຽວແຫ່ງຕ່າງໆ 784,443 ເທື່ອຄົນ, ທຽບໃສ່ແຜນການທີ່ວາງໄວ້ (2 ລ້ານຄົນ), ປະຕິບັດໄດ້ 39.22% ອີງຕາມການລາຍງານຂອງໜັງສືພິມວຽງຈັນໃໝ່.
ທ່ານນາງ ສີພາພອນ ລັດສະໝີ ຫົວໜ້າຫ້ອງການ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວ ທ) ນະຄອນຫຼວງ ວຽງຈັນ, ໄດ້ລາຍງານໃຫ້ຮູ້ ໃນກອງປະຊຸມ ສະຫຼຸບວຽກງານຮອບດ້ານ ໃນ ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນວັນທີ 5 ສິງຫາ 2019 ນີ້ວ່າ: 6 ເດືອນຕົ້ນປີ ນີ້, ພະແນກຖວທ ນວ ໄດ້ສຸມໃສ່ປະຕິບັດ ໜ້າວຽກຕ່າງໆ ຢ່າງຕັ້ງໜ້າ ເປັນຕົ້ນການກະກຽມ ດຳເນີນການອອກອາກາດ ຂອງສະຖານີໂທລະພາບ ນວ, ປັບປຸງຄຸ້ມຄອງ ສະຖານີວິທະຍຸ ແລະ ໜັງສືພິມ ວຽງ ຈັນໃໝ່ ແລະ ວຽງຈັນ ທຸລະກິດ-ສັງຄົມ, ອະນຸລັກປະຕິສັງຂອນ ບູຮານສະຖານ, ຄຸ້ມຄອງການເຄື່ອນໄຫວ ທຸລະກິດ ບໍລິການດ້ານ ວັດທະນະທຳ ແລະ ທ່ອງທ່ຽວ, ປັບປຸງກົງຈັກ ແລະ ກົນໄກການເຄື່ອນໄຫວບໍລິການທ່ອງທ່ຽວ ພາກລັດ ແລະ ພາກທຸລະກິດ, ຈັດກິດຈະກຳເປີດແຫຼ່ງທ່ອງທ່ຽວ, ຂະຫຍາຍຕາໜ່າງ ໂທລະໂຄ່ງ, ຍົກສູງລະດັບວຽກງານສື່ ໃຫ້ມີຄວາມວ່ອງໄວ. ນອກນີ້, ຍັງໄດ້ເອົາໃຈໃສ່ ສ້າງຄອບຄົວວັດທະນະທຳ ໄດ້ 33%, ປະກາດບ້ານວັດທະນະທຳ 58.33%.
ສຳລັບແຜນການ 6 ເດືອນ ທ້າຍປີ ຈະສຸມໃສ່ສ້າງບ້ານ ແລະ ຄອບຄົວວັດທະນະທຳ ໃຫ້ບັນລຸຕາມແຜນ ສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ນວ ແລະ ກະຊວງ ຖວທ ເພີ່ມທະວີ ການນຳພາທຸກຂະແໜງການ, ຍົກສູງຄວາມຮັບຜິດຊອບ ແລະ ປະສານສົມທົບກັບ ຂະແໜງການກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານ ມີປະສິດທິຜົນ, ເອົາໃຈໃສ່ກວດກາ ສະຖານທີ່ບັນເທີງ ຢ່າງເປັນປົກກະຕິ, ສືບຕໍ່ປະຕິບັດໂຄງການ ບໍລິການແຫຼ່ງທ່ອງທ່ຽວ 15 ໂຄງການທີ່ຮຽກການລົງທຶນ, ຕິດຕາມກວດກາ ນຳເຂົ້າ ສິລະປິນຈາກຕ່າງປະເທດ ທີ່ມາເຄື່ອນໄຫວ ຕາມຮ້ານບັນເທີງ ໃຫ້ເຂົ້າສູ່ລະບຽບ ແລະ ຂະແໜງການອື່ນໆ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.