ຫງຽນ ກວາງຫາຍ ຊັດປະຕູໄຊໃຫ້ທິມຊາດຫວຽດນາມ ຊະນະ ມາເລເຊຍ! ບານໂລກ 2022 ຮອບຄັດເລືອກ!!
ການແຂ່ງຂັນເຕະບານຊາຍຊິງແຊ້ມໂລກ 2022 ຮອບຄັດເລືອກ ຂົງເຂດອາຊີ ຮອບທີ 2 ໃນມື້ວານນີ້ 10 ຕຸລາ 2019. ກຸ່ມ G ຫວຽດນາມ ແຊ້ມອາຊຽນ 2018 ທີ່ຜົນງານກຳລັງດີຂຶ້ນເລື້ອຍໆ ລົງແຂ່ງນັດທີ 2 ເປີດບ້ານສະໜາມມີດິ່ງ ໃນນະຄອນຫລວງຮ່າໂນ້ຍ ບຽດຊະນະ ມາເລເຊຍ ຄູ່ຊິງອາຊຽນປີນີ້ ແບບວຸດວິດ 1-0 ຈາກປະຕູໂທນຂອງ ຫງຽນ ກວາງຫາຍ ເຈົ້າຂອງລາງວັນນັກເຕະດາວຮຸ່ງ ແລະ ນັກເຕະດີເດັ່ນຂອງອາຊຽນ 2018 ນາທີ 40′.
ຫວຽດນາມ ຍັງບໍ່ເສຍໃຫ້ ມາເລເຊຍ ຈາກ 4 ນັດຫລັງສຸດທີ່ພົບກັນ ຊະນະ 3 ສະເໝີ 1 ແລະ ຊະນະຢູ່ບ້ານເປັນນັດທີສອງຕິດຕໍ່ກັນ, ໄຊຊະນະນັດນີ້ ເຮັດໃຫ້ຫວຽດນາມມີ 4 ຄະແນນຈາກ 2 ນັດເທົ່າກັບໄທ, ນັດທຳອິດບຸກສະເໝີໄທ 0-0, ຂະນະທີ່ ມາເລເຊຍ ແຂ່ງ 3 ນັດ ມີ 3 ຄະແນນ. ອີກໜຶ່ງຄູ່ໃນກຸ່ມດຽວກັນ ສະຫະລັດອາຣັບ ເອມີເຣດ ຖະຫລົ່ມ ອິນໂດເນເຊຍ 5-0 ອາລີ ມາຄຸດ ຍິງແຮັດທຣິກ ສະຫະລັດອາຣັບ ເອມີເຣດ ຊະນະສອງນັດລວດ ເປັນທິມນຳຂອງກຸ່ມນີ້, ສ່ວນອິນໂດເນເຊຍ ເສຍສາມນັດຊ້ອນ ຢູ່ອັນດັບສຸດທ້າຍຂອງກຸ່ມ.
ນັດຕໍ່ໄປຂອງກຸ່ມນີ້ ອິນໂດເນເຊຍ ພົບ ຫວຽດນາມ, ໄທ ພົບກັບ ສະຫະລັດອາຣັບ ເອມີເຣດ ຈະແຂ່ງຂັນໃນວັນທີ 15 ຕຸລານີ້.
ຂໍ້ມູນມາຈາກ : ຂ່າວກິລາໂທລະພາບແຫ່ງຊາດລາວ