ຜູ້ປະທ້ວງໃນຮົງກົງ ຖືກຈັບຫຼາຍສິນຄົນ
ຫຼັງຈາກທີ່ນາງ ແຄຣີ ແລມ ຫົວໜ້າເຂດບໍລິຫານພິເສດຮົງກົງ (ຈີນ) ປະກາດໃຊ້ຄຳສັ່ງຫ້າມປິດບັງໃບໜ້າ ໂດຍຜ່ານ “ກົດໝາຍສຸກເສີນ” ເມື່ອວັນທີ 4 ຕຸລາ ແລະ ເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 5 ຕຸລາທີ່ຜ່ານມາ ກໍຍັງມີປະຊາຊົນໃນຮົງກົງ ສືບຕໍ່ສວມໜ້າກາກປິດບັງໃບໜ້າ ເພື່ອຄັດຄ້ານຕໍ່ຄຳສັ່ງຫ້າມດັ່ງກ່າວ.
ແຕ່ວັນທີ 5-7 ຕຸລານີ້ ບັນດາເປົ້າໝາຍຜູ້ປະທ້ວງຫົວຮຸນແຮງ ໄດ້ຕັນຖະໜົນ ວາງເພີງຢູ່ໃນຫຼາຍຈຸດ ທຸບທຳລາຍສະຖານີລົດໄຟໃຕ້ດິນ ເຮັດໃຫ້ເກີດການເປ່ເພຢ່າງໜັກໄປທົ່ວລະບົບ ແລະ ມາຮອດເວລານີ້ ມີສະຖານີລົດໄຟໃຕ້ດິນຫຼາຍແຫ່ງ ຕ້ອງໄດ້ງົດການໃຫ້ບໍລິການເປັນການຊົ່ວຄາວເພື່ອທຳການສ້ອມແປງ ສົ່ງຜົນໃຫ້ລະບົບການຄົມມະນາຄົມສາທາລະນະຢູ່ໃນຮົງກົງ ຖືກຜົນກະທົບຢ່າງຮ້າຍແຮງ.
ຜູ້ປະທ້ວງຫົວຮຸນແຮງຫຼາຍຄົນ ຍັງໄດ້ແກວ່ງລະເບີດເຊື້ອໄຟເຂົ້າໃສ່ຕຳຫຼວດ ແລະ ນັກຂ່າວ ສົ່ງຜົນໃຫ້ຕຳຫຼວດຕ້ອງໄດ້ຍິງລະເບີດນ້ຳຕາຫຼາຍເທື່ອ ເພື່ອສະຫຼາຍກຸ່ມຜູ້ປະທ້ວງ. ຂ່າວແຈ້ງວ່າ ໃນການປະທ້ວງສອງວັນດັ່ງກ່າວ ຕຳຫຼວດໄດ້ຈັບກຸມຜູ້ປະທ້ວງຫົວຮຸນແຮງ 100 ກວ່າຄົນ ໃນນັ້ນມີປະມານ 60% ເປັນນັກຮຽນ ນັກສຶກສາ ແລະ ມີຜູ້ທີ່ມີອາຍຸນ້ອຍທີ່ສຸດ ກໍແມ່ນນັກຮຽນເພດຍິງຊັ້ນມັດທະຍົມສຶກສາ ທີ່ມີອາຍຸ 12 ປີ.
ໃນຂະນະດຽວກັນ ທ່ານນາງ ແຄຣີ ແລມ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ເມື່ອວັນທີ 8 ກັນຍານີ້ວ່າ ທາງການຮົງກົງ ບໍ່ມີແຜນການໃຊ້ອຳນາດສຸກເສີນ ເພື່ອປະກາດໃຊ້ກົດໝາຍໃໝ່ ແລະ ວ່າຮົງກົງໄດ້ຮັບການປະກອບເພື່ອຮັບມືກັບສະພາບການໃນປັດຈຸບັນດ້ວຍຕົນເອງ.