ກຳເຈຍ ພິມເງິນເຈ້ຍ ລະນຶກການຂຶ້ນຄອງລາດຄົບຮອບ 15 ປີຂອງກະສັດ ສີຫາໂມນີ
ເມື່ອວັນທີ 7 ຕຸລານີ້ ທະນາຄານແຫ່ງລັດກຳປູເຈຍ ໄດ້ຈັດຈຳໜ່າຍເງິນເຈ້ຍປະເພດທີ່ມີຄ່າໃບລະ 15.000 ຣຽນ ( ເທົ່າກັບ 3,75 ໂດລາສະຫະລັດ) ເນື່ອງໃນວັນທີ່ກະສັດ ໂນໂຣດົມ ສີຫາໂມນີ ຂຶ້ນຄອງລາດຄົບຮອບ 15 ປີ (29/10/2004-29/10/2019). ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໄດ້ລົງນາມດຳລັດກ່ຽວກັບການຈັດຈຳໜ່າຍເງິນດັ່ງກ່າວ.
ທ່ານ ເຈຍ ຈັນໂຕ ຜູ້ວ່າການທະນາຄານແຫ່ງລັດກຳປູເຈຍ ໃຫ້ຮູ້ວ່າ ດ້ານໜ້າຂອງເງິນເຈ້ຍໃໝ່ດັ່ງກ່າວ ພິມຮູບຂອງກະສັດ ສີຫາໂມນີ ແລະ ດ້ານຫຼັງພິມຮູບຂອງກະສັດສີຫາໂມນີ ທີ່ຖ່າຍຮ່ວມກັບອະດີດກະສັດ ໂນໂຣດົມ ສີຫານຸ ແລະ ອະດີດພະລາຊີນີ ໂນໂຣດົມ ໂມນີນຽດ ສີຫານຸ.
ຮູບຂອງກະສັດສີຫາໂມນີ ກໍໄດ້ຖືກພິມລົງໃນເງິນເຈ້ຍຂອງກຳປູເຈຍ ທີ່ມີຄ່າໃບລະ 500 ຣຽນ 10.000 ຣຽນ 20.000 ຣຽນ ແລະ 100.000 ຣຽນ ທີ່ພວມໃຊ້ຢູ່ໃນກຳປູເຈຍ. ກະສັດ ໂນໂຣດົມ ສີຫາໂມນີ (ອາຍຸ 66 ປີ) ຂຶ້ນຄອງລາດຊະບັນລັງ ເມື່ອວັນທີ 29 ຕຸລາ ປີ 2004 ແທນພະບີິດາ ທີ່ໄດ້ສະລະບັນລັງຍ້ອນເຫດຜົນທາງດ້ານສຸຂະພາບ.