ລະເບີດຕົກຄ້າງຈາກສົງຄາມໂລກຄັ້ງທີສອງ ເກີດແຕກຢູ່ໃນໂປໂລຍ
ທ່ານ ມາຣີອຸສ ບລາຊັກ ລັດຖະມົນຕີປ້ອງກັນປະເທດໂປໂລຍ ແຈ້ງໃຫ້ຮູ້ວ່າ ລະເບີດໜ່ວຍໜຶ່ງ ທີ່ຖືວ່າຕົກຄ້າງມາຕັ້ງແຕ່ສະໄໝສົງຄາມໂລກຄັ້ງທີສອງ ໄດ້ເກີດແຕກຂຶ້ນຢ່າງບໍ່ຄາດຝັນເມື່ອວັນທີ 8 ຕຸລານີ້ ຊຶ່ງເກີດຂຶ້ນໃນຂະນະທີ່ກອງທັບໂປໂລຍ ຊອກຫາວິທີທຳລາຍມັນ ສົ່ງຜົນໃຫ້ທະຫານເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 4 ຄົນ.
ແຫຼ່ງຂ່າວດ້ານຄວາມໝັ້ນຄົງ ໃຫ້ຮູ້ວ່າ ເຫດການລະເບີດແຕກດັ່ງກ່າວ ເກີດຂຶ້ນຢູ່ໃນບໍລິເວນປ່າໄມ້ແຫ່ງໜຶ່ງ ໃກ້ກັບເມືອງ ຄຸສເນຍ ຣາຊີບົສກາ (ພາກໃຕ້ໂປໂລຍ). ບັນດາພົນທະຫານທີ່ເສຍຊີວິດ ແລະ ບາດເຈັບດັ່ງກ່າວ ແມ່ນຂຶ້ນກັບກອງພັນທະຫານໂດດຈ້ອງ ທີ່ຕັ້ງທັບຢູ່ໃນເຂດດັ່ງກ່າວ. ລະເບີດດັ່ງກ່າວ ຖືກກວດພົບເມື່ອກ່ອນໜ້ານີ້ຫຼາຍວັນ ໂດຍກຸ່ມຄົນທີ່ຍ່າງໃນປ່າ.