ສ ເກົາຫຼີ ອອກຂໍ້ກຳນົດເພື່ອສະກັດກັ້ນຄົນຕ່າງປະເທດທີ່ກະທຳຜິດແລ້ວໜີໄປ
ເພື່ອສະກັດກັ້ນສະພາບທີ່ “ກະທຳຜິດແລ້ວໜີກັບຄືນປະເທດ” ນັ້ນ ກະຊວງຍຸຕິທຳຂອງ ສ ເກົາຫຼີ ໄດ້ປະກາດໃຊ້ຂໍ້ກຳນົດ “ແຈ້ງກ່ອນເວລາທີ່ກັບຄືນປະເທດດ້ວຍຄວາມສະໝັກໃຈ” ສຳລັບຄົນຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຮັດວຽກຢ່າງຜິດກົດໝາຍຢູ່ໃນ ສ ເກົາຫຼີ. ຂໍ້ກຳນົດດັ່ງກ່າວ ຈະໄດ້ນຳໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 21 ຕຸລານີ້ເປັນຕົ້ນໄປ.
ຂໍ້ກຳນົດໃນເມື່ອກ່ອນ ລະບຸວ່າ ຄົນຕ່າງປະເທດຊຶ່ງອາໃສຢ່າງຜິດກົດໝາຍຢູ່ໃນ ສ ເກົາຫຼີ ທີ່ກັບຄືນປະເທດດ້ວຍຄວາມສະໝັກໃຈ ສາມາດແຈ້ງກ່ຽວກັບການກັບຄືນປະເທດດ້ວຍຄວາມສະໝັກໃຈໃນມື້ທີ່ແຈ້ງອອກເມືອງ ຢູ່ໃນສະໜາມບິນ ຫຼືທ່າກຳປັ່ນ. ເຖິງຢ່າງໃດກໍຕາມ ເມື່ອບໍ່ດົນມານີ້ ມີກໍລະນີຊາວຕ່າງປະເທດຜູ້ໜຶ່ງ ທີ່ອາໃສຢູ່ໃນ ສ ເກົາຫຼີຢ່າງຜິດກົດໝາຍ ໄດ້ເຮັດໃຫ້ເກີດອຸບັດເຫດການຄົມມະນາຄົມແລ້ວໜີໄປ ແລະ ໄດ້ແຈ້ງອອກເມືອງທັນທີຫຼັງຈາກມື້ທີ່ເກີດອຸບັດເຫດ.
ນັບແຕ່ວັນທີ 21 ຕຸລານີ້ເປັນຕົ້ນໄປ ຂໍ້ກົດນົດໃໝ່ ໄດ້ສະເໜີໃຫ້ຄົນຕ່າງປະເທດທີ່ອາໃສຢູ່ໃນ ສ ເກົາຫຼີຢ່າງຜິດກົດໝາຍ ແລະ ສະໝັກໃຈກັບຄືນປະເທດຕົນ ຕ້ອງໄດ້ໄປຍັງອົງການຄຸ້ມຄອງການເຂົ້າ-ອອກເມືອງໃນເຂດທີ່ອາໃສຢູ່ ເພື່ອແຈ້ງເຖິງການກັບຄືນປະເທດດ້ວຍຄວາມສະໝັກໃຈ ແຕ່ 3 – 15 ວັນ ກ່ອນການອອກຈາກເມືອງ (ບໍ່ຄິດໄລ່ວັນພັກ). ບັນດາອົງການຄຸ້ມຄອງການເຂົ້າ-ອອກເມືອງໃນທົ່ວ ສ ເກົາຫຼີ ເລີ່ມຮັບເອກະສານການແຈ້ງກັບຄືນປະເທດດ້ວຍຄວາມສະໝັກໃຈຂອງຄົນຄ່າງປະເທດ ນັບແຕ່ວັນທີ 14 ຕຸລານີ້ເປັນຕົ້ນໄປ.
ເອກະສານທີ່ນຳໄປແຈ້ງນັ້ນ ປະກອບມີ ໜັງສືຜ່ານແດນ ປີ້ເຮືອບິນ ຫຼືປີ້ກຳປັ່ນເດີນທະເລ (ຈອງປີ້ມື້ເດີນທາງກັບຄືນປະເທດໃຫ້ພໍແຕ່ 3-15 ວັນ ນັບແຕ່ມື້ແຈ້ງກັບຄືນປະເທດດ້ວຍຄວາມສະໝັກໃຈ) ແລະ ຄຳຮ້ອງລົງທະບຽນກັບຄືນປະເທດດ້ວຍຄວາມສະໝັກໃຈ ແມ່ນຕາມແບບຟອມຂອງກະຊວງຍຸຕິທຳ ສ ເກົາຫຼີ.
ກົມຄຸ້ມຄອງການເຂົ້າ-ອອກເມືອງຂອງ ສ ເກົາຫຼີ ໃຫ້ຮູ້ວ່າ ປັດຈຸບັນນີ້ ມີຄົນຕ່າງປະເທດຈຳນວນຫຼາຍ ພວມດຳລົງຊີວິດ ແລະ ເຮັດວຽກຢ່າງຜິດກົດໝາຍຢູ່ໃນ ສ ເກົາຫຼີ. ຄົນເຫຼົ່ານັ້ນມັກຈະເປັນຜູ້ທີ່ເປັນແຮງງານທີ່ໄດ້ໝົດສັນຍາ ແຕ່ກໍຍັງຢູ່ຕໍ່ໃນ ສ ເກົາຫຼີເພື່ອເຮັດວຽກ ຫຼືບໍ່ກໍແມ່ນພວກນັກສຶກສາ ທີ່ປະການຮຽນເພື່ອໄປອອກແຮງງານ.