ລາງວັນໂນແບນ ຂະແໜງຟີຊິກ ເປັນຂອງຜົນງານການຄົ້ນຄວ້າກ່ຽວກັບອາວະກາດ
ຄະນະກຳມະການໂນແບນ ຂອງສະຖາບັນ Karolinska ຢູ່ໃນນະຄອນຫຼວງສະຕົກໂຮມ ຂອງຊູແອດ ໄດ້ປະກາດລາງວັນໂນແບນ ຂະແໜງຟີຊິກ ປະຈຳປີ 2019 ອອກມາເມື່ອວັນທີ 8 ຕຸລານີ້ ວ່າລາງວັນດັ່ງກ່າວ ເປັນຂອງນັກວິທະຍາສາດ 3 ຄົນ ອັນປະກອບດ້ວຍ ເຈມ ພິບເລສ (ຊາວອາເມຣິກັນເຊື້ອສາຍການາດາ) ພ້ອມດ້ວຍຊາວສະວິດອີກ 2 ຄົນ ໄດ້ແກ່ ໄມເຄິນ ເມຢໍ ແລະ ດີດີເອີ ເກລົສ ຈາກຜົນງານການຄົ້ນຄວ້າຂອງເຂົາເຈົ້າ ທີ່ພົວພັນເຖິງອາວະກາດ.
ນີ້ເປັນລາງວັນທີສອງ ທີ່ໄດ້ປະກາດໃນລະດູການລາງວັນໂນແບນປີນີ້ ແລະ ກໍເປັນລາງວັນໂນແບນຂະແໜງຟີຊິກເທື່ອທີ 113 ທີ່ໄດ້ປະກາດມອບ ນັບແຕ່ປີ 1901 ເປັນຕົ້ນມາ.
ທີ່ໜ້າໃສ່ໃຈກໍຄືວ່າ ໃນປີນີ້ ສະຖາບັນດິດແຫ່ງຊູແອດ ຈະປະກາດຜູ້ເປັນເຈົ້າຂອງລາງວັນໂນແບນສາຂາວັນນະກຳ ທັງຂອງປີ 2018 ແລະ 2019 ທັງນີ້ກໍເພາະວ່າລາງວັນນີ້ບໍ່ໄດ້ປະກາດອອກມາເມື່ອປີກາຍ.