ເອເຊຍ ລົງທຶນພັດທະນາ ມອບລົດໃຫ້ຫ້ອງການ ຄບຕ
ພິທີມອບລົດໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຈັດຂຶ້ນວັນທີ 8 ຕຸລາ 2019 ທີ່ຫ້ອງການ ຄວຕ ກ່າວມອບໂດຍທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ແລະ ຮັບໂດຍທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີພະນັກງານກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ລົດທີ່ນຳມາມອບຄັ້ງນີ້ເປັນລົດກະບະນິດສັນ 1 ຄັນ ມູນຄ່າ 35.000 ໂດລາສະຫະລັດ ຫຼື ປະມານ 308 ລ້ານກີບ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ແລະ ໃນໄລຍະຜ່ານມາບໍລິສັດດັ່ງກ່າວກໍໄດ້ໃຫ້ການຊ່ວຍເຫຼືອຫຼາຍດ້ານ ທັງນີ້ ກໍເພື່ອນຳໃຊ້ເຂົ້າໃນວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຄວາມບໍ່ສະອາດໃນຕົວເມືອງ ເພາະວ່າຜ່ານມາຫ້ອງການ ຄບຕ ບໍ່ມີພາຫະນະຮັບໃຊ້ພຽງພໍໃນການປະຕິບັດໜ້າທີ່ວຽກງານ ແລະ ເຮັດໃຫ້ພົບຄວາມຄວາມຫຍຸ້ງຍາກຫຼາຍດ້ານ.
ໂອກາດນີ້ ທ່ານ ບຸນຈັນ ແກ້ວສີທຳມະ ໄດ້ສະແດງຄວາມຂອບໃຈມາຍັງປະທານບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ທີ່ເຫັນຄວາມສຳຄັນໃນວຽກງານຈັດສັນຄວາມບໍ່ເປັນລະບຽບ ຮຽບຮ້ອຍ ແລະ ຄວາມບໍ່ສະອາດໃນຕົວເມືອງ ພ້ອມຢືນຢັນຈະນຳເອົາລົດຄັນດັ່ງກ່າວນຳໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ.