ວິສາຫະກິດຂາຍຍ່ອຍ ແລະ ອາຫານໃນທົ່ວປະເທດຈີນ ບັນລຸການຈຳໜ່າຍເພີ່ມຂຶ້ນ 8,5%
ກະຊວງການຄ້າຈີນ ເປີດເຜີຍຂໍ້ມູນສະຖິຕິໃນວັນທີ 7 ຕຸລານີ້ ສະແດງໃຫ້ເຫັນວ່າ ແຕ່ວັນທີ 1 ຫາວັນທີ 7 ຕຸລານີ້ ວິສາຫະກິດດ້ານການຂາຍຍ່ອຍ ແລະ ອາຫານໃນທົ່ວປະເທດຈີນ ໄດ້ບັນລຸການຈຳໜ່າຍເປັນມູນຄ່າທັງໝົດ 1.520 ຕື້ຢວນ ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຕາມການຕິດຕາມຂອງກະຊວງການຄ້າຈີນແລ້ວ ໃນໄລຍະ “ສັບປະດາແຫ່ງຄຳ 1 ຕຸລາ” ປີນີ້, ການບໍລິໂພກແບບດັ້ງເດີມປະເພດຕ່າງໆ ເຊັ່ນ ການຊື້ສິນຄ້າ ອາຫານການກິນ ແລະ ອື່ນໆມີຄວາມຄຶກຄັກຫຼາຍ ການບໍລິໂພກແບບໃໝ່ ເຊັ່ນ ການທ່ອງທ່ຽວ ວັດທະນະທຳ ກິລາ ແລະ ອື່ນໆ ໄດ້ມີການພັດທະນາຢ່າງວ່ອງໄວ ຕະຫຼາດເຄື່ອງໃຊ້ປະຈຳວັນມີການສະໜອງສິນຄ້າຢ່າງພຽງພໍ ແລະ ມີລາຄາໝັ້ນທ່ຽງໂດຍລວມ.
ອີກດ້ານໜຶ່ງ ໃນໄລຍະວັນພັກວັນຊາດຈີນ ປີ 2019 ນີ້ ຈຳນວນນັກທ່ອງທ່ຽວຈີນ ທີ່ໄປທ່ຽວຢູ່ຕ່າງປະເທດ ມີຈຳນວນຫຼາຍກວ່າ 7 ລ້ານເທື່ອຄົນ ໃນຂະນະທີ່ຕະຫຼາດການທ່ອງທ່ຽວຕ່າງປະເທດເຕີບໂຕຂຶ້ນ ການບໍລິໂພກມີຄວາມສົມເຫດສົມຜົນ. ນັກທ່ອງທ່ຽວຈີນ ທີ່ໄປທ່ຽວຢູ່ຕ່າງປະເທດໃຫ້ຄວາມສົນໃຈການພັກຜ່ອນຢ່ອນໃຈຫຼາຍກວ່າ ແຫຼ່ງທ່ອງທ່ຽວທີ່ນິຍົມຢູ່ຕ່າງປະເທດ ກໍມີທ່ວງທ່າແຕກຕ່າງກັນ.
ນອກຈາກຍີ່ປຸ່ນ ໄທ ມາເລເຊຍ ສິງກະໂປ ອົດສະຕຣາລີ ຝຣັ່ງ ອີຕາລີ ຣັດເຊຍ ທີ່ເປັນສະຖານທີ່ທ່ອງທ່ຽວທີ່ເຄີຍໄດ້ຮັບຄວາມນິຍົມ ມີນັກທ່ອງທ່ຽວໄປທ່ຽວຢ່າງຫຼວງຫຼາຍຄືເກົ່າແລ້ວ ເຊັກໂອຕະຣິດ ຮົງກາຣີ ສະໂລວັກ ໂປໂລຍ ໂກຣອາຊີ, ມານຕາ ກຳປູເຈຍ ແລະ ອື່ນໆທີ່ມີນັກທ່ອງທ່ຽວໄປທ່ຽວໜ້ອຍໃນແຕ່ກ່ອນ ກໍມີການຈອງທາງອິນເຕີເນັດເພີ່ມຂຶ້ນຫຼາຍກວ່າ 10% ເມື່ອທຽບກັບ ວັນພັກວັນຊາດຈີນ ປີ 2018.