ອິນໂດເນເຊຍຈະສ້າງຕັ້ງຖານທັບໃໝ່ 4 ແຫ່ງ
ອິນໂດເນເຊຍ ຈະສ້າງຕັ້ງຖານທັບໃໝ່ 4 ແຫ່ງ ຢູ່ໃນເຂດທາງທິດຕາເວັນອອກ ເພື່ອຍົກສູງຂີດຄວາມສາມາດດ້ານຄວາມພ້ອມໃນການສູ້ຮົບ ແລະ ການປະສານສົມທົບ ລະຫວ່າງກອງທັບເຮືອ ກອງທັບບົກ ແລະ ກອງທັບອາກາດ ຢູ່ໃນບັນດາເຂດຊາຍແດນທາງທະເລ.
ປະທານາທິບໍດີອິນໂດເນເຊຍ ໂຈໂກ ວຍີໂດໂດ ກ່າວຢູ່ໃນພິທີສະເຫຼີມສະຫຼອງການສ້າງຕັ້ງກອງກຳລັງປະກອບອາວຸດອິນໂດເນເຊຍ (TNI) ຄົບຮອບ 74 ປີ ເມື່ອວັນທີ 5 ຕຸລານີ້ວ່າ ຫຼັງຈາກທີ່ໄດ້ເປີດຖານທັບຢູ່ໃນໝູ່ເກາະ ນາຕູນາ ໃນເຂດທະເລຈີນໃຕ້ແລ້ວ ຖານທັບອື່ນໆອີກ 4 ແຫ່ງ ຈະໄດ້ສ້າງຕັ້ງຂຶ້ນໃນ ບີອັກ ເມຣາວເກ ໂມໂຣໄຕ ແລະ ຊາອູມລາກີ.
ກ່ອນໜ້ານັ້ນ ກອງທັບອິນໂດເນເຊຍ ຖະແຫຼງວ່າ ບັນດາເກາະຂະໜາດນ້ອຍ ຢູ່ໃນເຂດທະເລຂອງອິນໂດເນເຊຍ ອາດຈະເຄື່ອນໄຫວຄືກັບວ່າເປັນ “ກຳປັ່ນບັນທຸກເຮືອບິນ” ເພື່ອໃຫ້ TNI ຜັນຂະຫຍາຍການປະຕິບັດໜ້າທີ່ຂອງເຮືອບິນສູ້ຮົບ ແລະ ທະຫານ ໄປຍັງເຂດທີ່ເກີດການພິພາດ.
ປະທານາທິບໍດີ ວີໂດໂດ ກໍໄດ້ກ່າວໃນໂອກາດດັ່ງກ່າວ ໂດຍໃຫ້ສັນຍາວ່າ ຈະເພີ່ມສະຫວັດດີການໃຫ້ແກ່ບັນດາພົນທະຫານ ແລະ ເພີ່ມງົບປະມານດ້ານປ້ອງກັນຊາດຈາກ 121 ພັນຕື້ຣູເປຍ (ເທົ່າກັບ 8,6 ຕື້ໂດລາສະຫະລັດ) ໃນປີ 2019 ຂຶ້ນເປັນ 131 ພັນຕື້ຣູເປຍ (ເທົ່າກັບກວ່າ 9,3 ຕື້ໂດລາສະຫະລັດ) ພາຍໃນປີໜ້າ.