ສະພາປະຊາຊົນ ນະຄອນຫຼວງ ລົງຊຸກຍູ້ວຽກງານຂົງເຂດ ຖວທ
ວັນທີ 9 ຕຸລາ 2019 ທ່ານນາງ ເກດມະນີ ບັນດາສັກ ປະທານກຳມະການວັດທະນະທຳ?ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ?ສັງຄົມ ປີ 2018 ແລະ ແຜນການປີ 2019 ຢູ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຖືກຕ້ອນຮັບໂດຍທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຄະນະ.
ທ່ານນາງ ວິໄລວອນ ຈັນທະລາຕີ ໄດ້ລາຍງານສະພາບພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວຽກງານໃນຂະແໜງ ຖວທ ວ່າ: ໃນໄຕມາດທີ 4 ທ້າຍປີ 2019 ພະແນກ ຖວທ ນວ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນວຽກທີ່ໄດ້ວາງໃນຄາດໝາຍ ເຊິ່ງຕິດພັນມະຕິ 02 ຂອງສະພາປະຊາຊົນ ນວ ໄດ້ກຳນົດໄວ້ໃນ 4 ຄາດໝາຍທີ່ໃຫ້ ຖວທ ນວ ຈັດຕັ້ງປະຕິບັດນັ້ນຖືວ່າຢູ່ໃນ 4 ຄາດໝາຍນີ້ໂດຍພື້ນຖານ ປັດຈຸບັນໄດ້ສຸມໃສ່ຈັດຕັ້ງປະຕິບັດ ເປັນຕົ້ນ ການກະກຽມກອງປະຊຸມໃຫຍ່ IX ໜ່ວຍພັກທີ່ຂຶ້ນກັບ ແລະ 1 ຄະນະພັກຮາກຖານໃຫ້ສຳເລັດໃນຕົ້ນເດືອນທັນວາ 2019 ກະກຽມຈັດງານບຸນປະເພນີຕ່າງໆ ໂດຍສະເພາະ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ນອກນັ້ນ ຍັງມີກິດຈະກຳສົ່ງເສີມການທ່ອງທ່ຽວ ແລະ ບຸນນະມັດສະການພະທາດຫຼວງ ກະກຽມເປີດກອງປະຊຸມສຸດຍອດການທ່ອງທ່ຽວເຈົ້າຄອງ 5 ນະຄອນລຸ່ມແມ່ນ້ຳຂອງ ທີ່ຈະຈັດຂຶ້ນໃນໄວໆນີ້ ແລະ ໄດ້ສຸມໃສ່ວຽກປິ່ນອ້ອມຕ່າງໆເພື່ອໃຫ້ສຳເລັດຕາມລະດັບຄາດໝາຍ.
ໂອກາດນີ້ ທ່ານນາງ ວິໄລວອນ ຈັນທະລາຕີ ຍັງໄດ້ຊີ້ແຈງຕອບຂໍ້ຊັກຖາມເຈາະຈີ້ມຂອງສະພາປະຊາຊົນ ນວ ໂດຍສະເພາະ ການຈັດຕັ້ງປະຕິບັດ 4 ຄາດໝາຍທີ່ໄດ້ກຳນົດໄວ້ໃນມະຕິ 02 ຂອງສະພາ ນວ ໄດ້ກຳນົດອອກນັ້ນ ໂດຍສະເພາະ ຄາດໝາຍຕໍ່ກັບການຊຸກຍູ້ການຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ບ້ານວັດທະນະທຳ ແລະ ສູ້ຊົນໃຫ້ໄດ້ຮັບໃບຢັ້ງຢືນຄອບຄົວວັດທະນະທຳ 2.000 ຄອບຄົວ ປະກາດບ້ານວັດທະນະທຳໃຫ້ໄດ້ 12 ບ້ານ ແລະ ຕິດຕັ້ງໂທລະໂຄ່ງໃຫ້ໄດ້ 5 ບ້ານ ສຳລັບວຽກງານດັ່ງກ່າວໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມາຢ່າງເປັນຂະບວນ ແລະ ມາຮອດປັດຈຸບັນທົ່ວ ນວ ໄດ້ເປີດບ້ານວັດທະນະທຳ 465 ບ້ານ ຍັງເຫຼືອພຽງ 16 ບ້ານຈະບັນລຸເປົ້າໝາຍ ມີແຜນຈະເປີດເພີ່ມ ຄາດວ່າທ້າຍປີນີ້ຈະໃຫ້ສຳເລັດຫຼາຍກວ່າ 90% ສຳລັບການຕິດຕັ້ງໂທລະໂຄ່ງແຕ່ລະບ້ານໄດ້ດຳເນີນການຕິດຕັ້ງ ແລະ ຍັງມີບາງບ້ານສືບຕໍ່ຂໍຕິດຕັ້ງເພີ່ມຕື່ມ ສ່ວນຄາດໝາຍທີສອງສຳລັບການສູ້ຊົນໂຄງການຮຽກການລົງທຶນ 14 ໂຄງການ ປັດຈຸບັນໄດ້ຈັດຕັ້ງປະຕິບັດ ມີຜູ້ມາສຳປະທານ 3 ໂຄງການ ແລະ ອີກ 11 ໂຄງການຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ ໂດຍສະເພາະ ໃນ 14 ໂຄງການແມ່ນຕິດພັນກັບການພັດທະນາດ້ານການທ່ອງທ່ຽວທາງທຳມະຊາດ ເຊິ່ງນອນຢູ່ໃນຍຸດທະສາດຂອງ ນວ ທີ່ເລັ່ງໃສ່ພັດທະນາການທ່ອງທ່ຽວຕິດພັນກັບທຳມະຊາດ ຄາດໝາຍທີ 3 ກ່ຽວກັບການດຶງດູດນັກທ່ອງທ່ຽວໃຫ້ໄດ້ 2 ລ້ານຄົນທີ່ເຂົ້າມາທ່ອງທ່ຽວ ນວ ປັດຈຸບັນມີນັກທ່ອງທ່ຽວເດີນທາງເຂົ້າມາທ່ອງທ່ຽວ ນວ ຮອດເດືອນສິງຫາ 2019 ມີ 1.260.000 ຄົນ ຄາດວ່າຮອດທ້າຍປີນີ້ຈະສາມາດບັນລຸເປົ້າໝາຍ ເພາະໃນທ້າຍປີຈະມີຫຼາຍກິດຈະກຳດຶງດູດນັກທ່ອງທ່ຽວ ໄປພ້ອມກັບມີຫຼາຍສະຖານທີ່ທ່ອງທ່ຽວທີ່ເກີດຂຶ້ນໃໝ່ເພື່ອດຶງດູດນັກທ່ອງທ່ຽວ ສ່ວນຄາດໝາຍທີ 4 ກ່ຽວກັບການກະກຽມການດຳເນີນກອງປະຊຸມສຸດຍອດການທ່ອງທ່ຽວເຈົ້າຄອງ 5 ນະຄອນລຸ່ມແມ່ນ້ຳຂອງເຫັນວ່າມີຄວາມພ້ອມ 100%.
ສຳລັບຂໍ້ຫຍຸ້ງຍາກ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນ ບັນຫາຄວບຄຸມສຽງເນືອງນັນຂອງຮ້ານອາຫານ ຮ້ານບັນເທີງ ຜ່ານມາໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະຂັ້ນສົມທົບກັບເຈົ້າໜ້າທີ່ລົງແກ້ໄຂ ແຕ່ການແກ້ໄຂຍັງບໍ່ຂາດຕົວ ເພາະບັນດາຜູ້ດຳເນີນທຸລະກິດຍັງບໍ່ໃຫ້ການຮ່ວມມືເທົ່າທີ່ຄວນ ຕໍ່ບັນຫານີ້ ຈະເລັ່ງແກ້ໄຂ ໂດຍຈະເຮັດທົດລອງແກ້ໄຂ ໂດຍຕັ້ງສາຍດ່ວນຂອງເຈົ້າໜ້າທີ່ເພື່ອລົງໄປແກ້ໄຂ ເອົາໃຈໃສ່ເຂັ້ມງວດລົງກວດກາບັນຫາການນຳໃຊ້ຢາຊູກຳລັງ ນອກນັ້ນ ໄດ້ເອົາໃຈໃສ່ແກ້ໄຂບັນຫາປ້າຍ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
ຕອນທ້າຍ ທ່ານນາງ ເກດມະນີ ບັນດາສັກ ໄດ້ສະແດງຄວາມຊົມເຊີຍຕໍ່ພະແນກ ຖວທ ນວ ທີ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານ 4 ຄາດໝາຍທີ່ສະພາວາງອອກໃຫ້ສຳເລັດເປັນສ່ວນຫຼາຍ ພ້ອມທັງເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ ໜ້າວຽກທີ່ນອນຢູ່ໃນຄາດໝາຍໃດທີ່ຍັງບໍ່ທັນສຳເລັດ ເປັນຕົ້ນ ບັນຫາທີ່ຍັງຄົງຄ້າງໃນຜ່ານມາ ເພື່ອເຮັດໃຫ້ຂົງເຂດວຽກງານທີ່ຕົນຮັບຜິດຊອບມີຜົນສຳເລັດເປັນກ້າວໆ.