ປະເມີນຄວາມບອບບາງ ແລະ ການສ້າງພູມຄຸ້ມກັນ
ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການ UNCTAD ໄດ້ຈັດກອງປະຊຸມວິຊາການຂຶ້ນ ພາຍໃຕ້ຫົວຂໍ້ “ການປະເມີນຄວາມບອບບາງ ແລະ ການສ້າງພູມຄຸ້ມກັນຂອງລາວ ເພື່ອຊຸກຍູ້ການສ້າງຄວາມສາມາດດ້ານການຜະລິດ ແລະ ການຫັນປ່ຽນໂຄງປະກອບເສດຖະກິດ” ຈັດຂຶ້ນວັນທີ 8-9 ຕຸລາ 2019 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ sarasekkenes ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ ແລະ ທ່ານ Patrick Osakwe ຫົວໜ້າຂະແໜງການຄ້າ ແລະ ຄວາມທຸກຍາກ ອົງການ (UNCTAD) ມີຕາງໜ້າຈາກກົມ ສູນ ຂະແໜງການ ອົງການກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນຄືນກ່ຽວກັບບັນດາຄວາມບອບບາງ ແລະ ສິ່ງທ້າທາຍຕ່າງໆທີ່ລາວເຮົາກຳລັງປະເຊີນຢູ່ໃນຂະບວນການພັດທະນາປະເທດຊາດ ແລະ ພາຍຫຼັງການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ນອກນັ້ນ ຍັງລົງເລິກສົນທະນາກ່ຽວກັບບັນດາຍຸດທະສາດ ແລະ ນະໂຍບາຍຕ່າງໆທີ່ລັດຖະບານຕ້ອງໄດ້ເອົາໃຈໃສ່ ເພື່ອຫຼຸດຜ່ອນບັນດາຄວາມບອບບາງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນຕໍ່ໜ້ານີ້ ໂດຍສະເພາະ ບັນຫາທີ່ຕິດພັນໃນການຊຸກຍູ້ຄວາມອາດສາມາດໃນການຜະລິດຂອງເສດຖະກິດ ແລະ ການຫັນປ່ຽນໂຄງປະກອບເສດຖະກິດໄປສູ່ທິດທາງທີ່ມີຄຸນນະພາບ ແລະ ຍືນຍົງ.
ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ປັດຈຸບັນລາວເຮົາກຳລັງກະກຽມການສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII (2016-2020) ແລະ ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX (2021-2025) ເຊິ່ງເປັນໄລຍະທີ່ລັດຖະບານມີຄວາມພະຍາຍາມຢ່າງສູງໃນການນຳພາປະເທດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກໍແມ່ນໄລຍະທີ່ພວກເຮົາກຳລັງຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ດັ່ງທີ່ໄດ້ຮັບຮູ້ແລ້ວວ່າລາວໄດ້ບັນລຸ 2 ໃນ 3 ເງື່ອນໄຂມາດຖານ (GNI ແລະ HAI ສ່ວນ EVI ພວກ ເຮົາຍັງບໍ່ທັນສາມາດບັນລຸໄດ້) ໃນການປະເມີນຂອງອົງການ CDP ປີ 2018 ແລະ ຄາດວ່າລາວຈະສາມາດບັນລຸການປະເມີນປີ 2021 ໄດ້ຕື່ມອີກ ພ້ອມກັນນັ້ນ ລັດຖະບານມີຈຸດມຸ່ງໝາຍຊຸກຍູ້ການເຕີບໂຕເສດຖະກິດໃຫ້ມີສະຖຽນລະພາບ ຄຸນນະພາບ ແລະ ຍືນຍົງ ໂດຍສຸມໃສ່ການຫັນປ່ຽນໂຄງປະກອບເສດຖະກິດໄປສູ່ການຜະລິດທີ່ມີມູນຄ່າສູງ ແລະ ມີການຈ້າງງານຢ່າງເຕັມສ່ວນ ເຖິງຢ່າງໃດກໍຕາມ ລາວເຮົາຍັງປະເຊີນກັບສິ່ງທ້າທາຍໃນການພັດທະນາໃນຫຼາຍດ້ານ ເປັນຕົ້ນ ການເຕີບໂຕເສດຖະກິດຍັງອາໄສຂະແໜງການຊັບພະຍາກອນເປັນຕົ້ນຕໍ ແລະ ມີການຈ້າງງານບໍ່ເຕັມສ່ວນ ການສ້າງລາຍຮັບໃຫ້ປະຊາຊົນເຫັນວ່າຍັງບໍ່ທັນມີຄວາມທົ່ວເຖິງ ແລະ ກ້າວກະໂດດ ນອກນັ້ນ ພາກການຜະລິດເອກະຊົນຍັງອ່ອນນ້ອຍ ບວກກັບສະພາບແວດລ້ອມການດຳເນີນທຸລະກິດທີ່ຍັງບໍ່ເອື້ອອຳນວຍ ອີກປະການໜຶ່ງໃນແຕ່ລະປີປະເທດຂອງພວກເຮົາຍັງໄດ້ປະເຊີນກັບບັນຫາໄພຂົ່ມຂູ່ຈາກສິ່ງແວດລ້ອມ ແລະ ໄພພິບັດ ທາງທຳມະຊາດ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ກັບຂະບວນການພັດທະນາຂອງປະເທດຊາດ ບັນດາຄວາມບອບບາງ ແລະ ສິ່ງທ້າທາຍດັ່ງກ່າວນີ້ກຳລັງເປັນໄພຂົ່ມຂູ່ຕໍ່ຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄື ຂະບວນການນຳພາປະເທດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ.