ສ້າງຕັ້ງບໍລິສັດເພື່ອບໍລິການລິບ ແລະ ຂັ້ນໄດເລື່ອນຢູ່ລາວ
ພິທີເປີດບໍລິສັດ ຮິຕາຊິເອລີເວເຕີລາວ ຈຳກັດ ຈັດຂຶ້ນວັນທີ 9 ຕຸລາ 2019 ທີ່ໂຮງແຮມແລນມາກ ນະຄອນ ຫຼວງວຽງຈັນ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະ ນາຄານແຫ່ງ ສປປ ລາວ ທ່ານ ເຄອິໂຊະ ທາເຄວາກະ ທູດຍີ່ປຸ່ນ ປະຈຳລາວ ທ່ານ ຮິເດອາກິ ເຊກິ ຜູ້ບໍລິຫານ ລະດັບສູງ ບໍລິສັດ ຮິຕາຊິ ຈຳກັດ ປະເທດຍີ່ປຸ່ນ ທ່ານ ພອນເທບ ພອນປະພາ ກຳມະການຜູ້ຈັດການໃຫຍ່ບໍລິສັດ ສະຫຍາມຮິຕາຊິເອລີເວເຕີ ຈຳກັດ ປະເທດໄທ ນັກທຸລະກິດ ແລະ ລູກຄ້າ ເຂົ້າຮ່ວມ.
ທ່ານ ຮົວ ແສງອາລຸນ ໃນນາມຜູ້ຖືຮຸ້ນບໍລິສັດ ຮິຕາຊິເອລີເວເຕີລາວ ຈຳກັດ ໄດ້ຂຶ້ນກ່າວວ່າ: ດ້ວຍຈຸດປະສົງໃນການເປັນສ່ວນໜຶ່ງຂອງການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ເປັນສ່ວນສຳຄັນໃນການສົ່ງເສີມດ້ານຄວາມປອດໄພ ແລະ ອຳນວຍຄວາມສະດວກຕ່າງໆໃນການໃຊ້ລິບ ແລະ ຂັ້ນໄດເລື່ອນທີ່ທັນສະໄໝ ແລະ ໄດ້ມາດຕະຖານສາກົນ ເຊິ່ງໄດ້ນຳໃຊ້ເຂົ້າໃນການປະກອບທຸລະກິດ ແລະ ອຳນວຍຄວາມສະດວກການໃຊ້ຊີວິດປະຈຳວັນຢ່າງກວ້າງຂວາງ ດັ່ງນັ້ນ ບໍລິສັດຈຶ່ງເຫັນໄດ້ຄວາມສຳຄັນໃນການພັດທະນາ ຈຶ່ງເກີດມີຄວາມຕັ້ງໃຈສູງໃນການລົງທຶນຮ່ວມມື ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກທາງບໍລິສັດ ຮິຕາຊິ ຈຳກັດ ປະເທດຍີ່ປຸ່ນ ບໍລິສັດ ສະຫຍາມຮິຕາຊິເວລີເວເຕີ ຈຳກັດປະເທດໄທ ໄດ້ຮ່ວມກັນກໍ່ຕັ້ງບໍລິສັດ ຮິຕາຊິເອລີເວລາວ ຈຳກັດ ຂຶ້ນມາເພື່ອເປັນສູນບໍລິການຈຳໜ່າຍລິບ ແລະ ຂັ້ນໄດເລື່ອນຍີ່ຫໍ້ຮິຕາຊິ ເປັນຜະລິດຕະພັນທີ່ມີຄຸນນະພາບມາດຕະຖານລະດັບໂລກ ເພື່ອຮັບໃຊ້ ແລະ ບໍລິການໃຫ້ແກ່ສຳນັກງານອົງການຕ່າງໆ ໂຮງໝໍຂອງລັດ ແລະ ເອກະຊົນ ໂຮງແຮມ ອາພາດເມັນ ສູນການຄ້າ ແລະ ເຮືອນພັກ ພ້ອມທີ່ຢູ່ອາໄສຂອງປະຊາຊົນທົ່ວປະເທດລາວ ເພື່ອອຳນວຍຄວາມສະດວກມາໃຫ້ທຸກພາກ ສ່ວນທຸລະກິດຕ່າງໆໄດ້ນຳໃຊ້ຜະລິດຕະພັນທີ່ມີຄຸນນະພາບມາດຕະຖານສາກົນ ທັນສະໄໝ ສະດວກ ປອດໄພໃນການໃຊ້ບໍລິການຂອງພວກເຮົາຫຼັງການຂາຍ.
ນອກນີ້ ບໍລິສັດຍັງມີຄວາມພ້ອມໃນການບໍລິການບຳລຸງຮັກສາຢ່າງສະໝ່ຳສະເໝີ ມີທີມງານວິຊາການທີ່ຊຳນານ ງານຄອຍບໍລິການໃຫ້ຄວາມສະດວກ ວ່ອງໄວ ແລະ ທັນໃຈ ສຳນັກງານບໍລິສັດຕັ້ງຢູ່ອາຄານ ເອເອັນແຊດ ຕໍ່ໜ້າ ຕະຫຼາດເຊົ້າຊອບປິງມໍ ເຊິ່ງການສ້າງຕັ້ງບໍລິສັດໃໝ່ນີ້ຂຶ້ນຈະສ້າງໃຫ້ມີຄວາມເຂັ້ມແຂງທາງດ້ານການຂາຍ ແລະ ການບໍລິການໃນປະເທດລາວ ເຊິ່ງຄາດວ່າຈະໄດ້ຮັບການພັດທະນາທາງດ້ານເສດຖະກິດສູງ ແນໃສ່ໃນການບັນລຸເປົ້າ ໝາຍອັດຕາສ່ວນແບ່ງທາງດ້ານການຕະຫຼາດໃນການຈຳໜ່າຍພາຍໃນປະເທດລາວຫຼາຍກວ່າ 15% ພາຍໃນປີ 2021 ບໍລິສັດ ຊິຕາຊິເອລີເວລາວແມ່ນບໍລິສັດທີ່ບໍລິສັດ ຮິຕາຊິ ສ້າງຂຶ້ນດ້ວຍການຮ່ວມທຶນລະຫວ່າງບໍລິສັດ ສະຫຍາມຮິຕາຊິເອລີເວເຕີ ເຊິ່ງເປັນບໍລິສັດລູກຂອງຮິຕາຊິ ໃນປະເທດໄທ ທີ່ອອກແບບ ແລະ ຜະລິດລິບ ແລະ ບໍລິສັດ Tangchareon Construction Sole ເຊິ່ງເປັນວິສາຫະກິດກ່ຽວກັບເບຕົງທີ່ສັງກັດຢູ່ໃນກຸ່ມ TCR.
ບໍລິສັດ ຮິຕາຊິ ຈຳກັດ ໄດ້ສ້າງຕັ້ງຂຶ້ນປີ 1910 ທີ່ປະເທດຍີ່ປຸ່ນ ແລະ ສະໜອງການແກ້ບັນຫາຕ່າງໆ ໂດຍ ນຳໃຊ້ລະບົບເຕັກໂນໂລຊີທີ່ມີລະດັບສູງ ສະໜອງຜະລິດຕະພັນ ແລະ ໃຫ້ບໍລິການທີ່ສະໜັບສະໜູນພື້ນຖານໂຄງລ່າງທາງສັງຄົມ ແລະ ຖານການຜະລິດທົ່ວໂລກ ຍອດຂາຍທຸລະກິດລະບົບຕຶກ ອາຄານທີ່ມີວຽກງານກ່ຽວກັບລິບເປັນຫຼັກແມ່ນໄດ້ສ້າງລາຍຮັບປະມານ 5.600 ລ້ານໂດລາສະຫະລັດ ຫຼື ປະມານ 45.000 ຕື້ກີບ.