4ສັນຍານເຕືອນເຄື່ອງສຳອາງໂຕໃດໝົດອາຍຸ ຄວນຖິ້ມ
1.ໃຊ້ຕິດຕໍ່ກັນດົນລາຍເດືອນ
ແມ່ນຢູ່ທີ່ເຄື່ອງສຳອາງບາງຊະນິດ ເຊັ່ນຄີມຮອງພື້ນຫຼືແປ້ງພັບສາມາດໃຊ້ງານໄດ້ຍາວນານຫຼາຍປີ ແຕ່ເຄື່ອງສຳອາງບາງຊະນິດເຊັ່ນຄີມຮອງພື້ນຫຼືອາຍແຊໂດ ຈັດເປັນເຄື່ອງສຳອາງທີ່ບໍ່ເຄີຍໃຊ້ງານເກີນ 3 ເດືອນຫຼັງຈາກເປີດໃຊ້ຄັ້ງທຳອິດ ເພາະເປັນເຄື່ອງສຳອາງທີ່ສິ່ງສົກກະປົກມັກເຂົ້າໄປຢູ່ຕາມຮ່ອງຂອງແປງປັດໄດ້ງ່າຍ ເຮັດໃຫ້ຕຸນນະພາບຂອງໂຕເຄື່ອງສຳອາງເສື່ອມລົງໄວກວ່າແປ້ງຫຼືຄີມທົ່ວໄປ ດັ່ງນັ້ນຫາກສາວໆຮູ້ວ່າໃຊ້ມາດົນແລ້ວຄວນຖິ້ມໄດ້ເລີຍເພື່ອຄວາມປອດໄພຂອງຜິວໜ້າ
2.ເນື້ອຂອງເຄື່ອງສຳອາງຈັບໂຕທີ່ກົ້ນຂວດ
ສຳລັບເຄື່ອງສຳອາງປະເພດຂອງແຫຼວເຊັ່ນ ຄີມຮອງພື້ນ ຫາກສັງເກດເຫັນວ່າເນື້ອຂງອເຄື່ອງສຳອາງຈາກທີ່ເປັນເນື້ອດຽວກັນ ໄຫຼລົງໄປຈັບໂຕກັນທີ່ບໍລິເວນກົ້ນຂວດ ສັນຍານເຕືອນນີ້ຖືເປັນສັນຍານສຳຄັນທີ່ບອກວ່າ ຄີມຮອງພື້ນນັ້ນໆກຳລັງເສື່ອມສະພາບແລ້ວ ດັ່ງນັ້ນບໍ່ຕ້ອງເສຍດາຍຖິ້ມເລີຍ
3.ສີຜິດໄປຈາກເດີມ
ເຄື່ອງສຳອາງປະເພດລິບສະຕິກ ເປັນເຄື່ອງສຳອາງທີ່ສາມາດສັງເກດວັນໝົດອາຍຸໄດ້ງ່າຍໆ ໂດຍເບິ່ງໄດ້ຈາກສີຂອງໂຕເນື້ອລິບ ຫາກຜິດພ້ຽນໄປຈາກເດີມນັ້ນສະແດງວ່າກຳລັງຈະເສື່ອມສະພາບແລ້ວ ບໍ່ຄວນນຳກັບມາໃຊ້ຫາກເຫັນວ່າສີຜິດໄປຈາກເດີມ ແລະບໍ່ແມ່ນສີທີ່ຄຸ້ນເຄີຍ ຖິ້ມໄດ້ເລີຍ
4.ມີກິ່ນແປກໆ
ເຄື່ອງສຳອາງປະເພດຂອງແຫຼວເຊັ່ນ ແປ້ງແຫຼວຫຼືຄີມຮອງພື້ນເມື່ອເຖິງເວລາເສື່ອມສະພາບຈະສົ່ງກິ່ນຜິດໄປຈາກເດີມ ມີກິ່ນແປກໆ ຮູ້ສຶກແປກດັງຫຼາຍຂື້ນ ສາວໆລອງຈັບມາດົມເບິ່ງອັນໃດມີກິ່ນແປກກໍ່ຖິ້ມຊະ ຫາກນຳກັບມາໃຊ້ອາດເຮັດໃຫ້ຜິວໜ້າຂອງສາວໆມີກິ່ນກິ່ນໄປນຳ