ຜູ້ສຳປະທານພື້ນທີ່ຈັດງານບຸນຊ່ວງເຮືອນະຄອນຫຼວງຊີ້ ຈະບໍ່ຂຶ້ນລາຄາຄ່າເຊົ່າຫ້ອງຂາຍ ແລະ ສະຖານທີ່ຕ່າງໆ
ຍັງອີກບໍ່ດົນງານບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີ 2019 ຢູ່ ທ່າວັດຈັນ ນະຄອນຫຼວງວຽງຈັນເຮົາ, ກໍຈະເລີ່ມຂຶ້ນຄາດວ່າ: ຈະມີການຄົບງັນນັບແຕ່ວັນທີ 10 ຫາ 14 ຕຸລານີ້, ຊຶ່ງປັດຈຸບັນກໍເຫັນວ່າມີບັນຍາກາດຄືກຄື້ນ ໃນການກະກຽມໃຫ້ແກ່ງານບຸນປະເພນີດັ່ງກ່າວ, ໂດຍສະເພາຊາວຄ້າຂາຍໄດ້ຖະຍອຍກັນມາຈັບຈອງພຶ້ນທີ່ວາງສະແດງສິນຄ້າ ແລະ ຂາຍເຄື່ອງປະເພດຕ່າງໆ, ຂະນະດຽວກັນຜູ້ສຳປະທານກໍຢືນຢັນວ່າ: ຈະບໍ່ຂຶ້ນລາຄາຄ່າເຊົ່າຫ້ອງຂາຍ ແລະ ສະຖານທີ່ດັ່ງກ່າວແຕ່ປະການໃດ.
ທ່ານຄຳເສັງ ສູນດາລາ ຜູ້ອຳນວຍການ ບໍລິສັດ ຄຳເສັງ ຈຳກັດ ໃຫ້ຮູ້ວ່າ: ງານບຸນອອກພັນສາ ແລະ ຊ່ວງເຮືອປີນີ້ ແມ່ນຈະບໍ່ມີການປັບຂຶ້ນລາຄາຄ່າເຊົ່າຫ້ອງຂາຍເຄື່ອງ ແລະ ສະຖານທີ່ຕ່າງໆແຕ່ປະການໃດໂດຍຈະຮັກສາໃນລາຄາເກົ່າຂອງປີກາຍຄື: ເລີ່ມແຕ່ 1.5 ລ້ານຕໍ່ລັອກ, ຊຶ່ງປັດຈຸບັນມີຜູ້ມາຈັບຈອງແລ້ວກ່ວາ 30%, ໂດຍທາງບໍລິສັດຮັບສຳປະທານພື້ນທີ່ໃນເຂດໂຮງໝໍມະໂຫສົດ, ໄປຫາວັດຊຽງຍືນ ແລະ ເຂດສາມແຍກປາກປ່າສັກ ໄປຫາ ໂຮງຮຽນມັດທະຍົມສົມບູນວຽງຈັນ-ຮ່າໂນ້ຍ, ແລະ ພວກເຮົາໄດ້ຈັດສັນເພື່ອໃຫ້ຊາວຄ້າຂາຍໄດ້ເຂົ້າມາຈັບຈອງອອກເປັນ 2 ປະເພດຄື: ລັອກສຳລັບຂາຍສິນຄ້າຫັດຖະກຳ, ອຸດສາຫະກຳ ຈາກບໍລິສັດຕ່າງໆ ແລະ ລັອກສຳລັບຂາຍສິນຄ້າປະເພນີເປັນຕົ້ນແມ່ນຂາຍເຂົ້າຫຼາມ, ປີ້ງໄກ່, ການບໍລິການອາຫານ ແລະ ອື່ນໆ.
ຜູ້ອຳນວຍການ ບໍລິສັດ ຄຳເສັງ ຈຳກັດ ໃຫ້ຮູ້ວ່າ: ສຳລັບການເກັບຄ່າບໍລິການຝາກລົດໃນປີນີ້ ແມ່ນໄດ້ກຳນົດ: ລົດຈັກ ຄັນລະ 5,000 ກີບ, ລົດໃຫຍ່ 15,000 ກີບ, ແຕ່ແນວໃດກໍຈະມີການຫາລືລາຍລະອຽດກັບພາກສ່ວນກ່ຽວຂ້ອງຕື່ມກ່ຽວກັບຄ່າຝາກລົດ, ເພື່ອບໍ່ໃຫ້ມີການສວຍໂອກາດຂື້ນລາຄາ ໂດຍລຳພັງ ຄະນະກຳມະການຈັດງານບຸນດັ່ງກ່າວໃຫ້ຮູ້ວ່າ: ງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີປີນີ້ ຢູ່ ທ່າວັດຈັນ, ຊຶ່ງຈັດຂຶ້ນໃຫ້ຟົດຟື້ນກ່ວາປີຜ່ານມາເພາະເປັນປີທີ່ທ່ອງທ່ຽວລາວ-ຈີນ.
ດັ່ງນັ້ນ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍດັ່ງກ່າວ ທາງຄະນະກໍາມະການຈັດງານ ຈຶ່ງໄດ້ອອກຂໍ້ຫ້າມຕ່າງໆໄວ້ຄື: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ. ຫ້າມຂາຍ ຫຼືນໍາເອົາອາວຸດ ທຸກປະເພດລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖຸນ, ສະໜັບມື, ໂຄມໄຟລອຍຕ່າງໆ ເຂົ້າໄປໃນງານຢ່າງເດັດຂາດ, ນອກຈາກຈະໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່.
ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ສິ່ງທີ່ເຮັດໃຫ້ເກີດສຽງດັງເກີນຂອບເຂດ ໂດຍສະເພາະແມ່ນ ກະໂພກ, ບັ້ງໄຟເຂົ້າມາຈູດ ແລະວາງຂາຍພາຍໃນງານຢ່າງເດັດຂາດ.
ຫ້າມນໍາເອົາຜະລິດຕະພັນລອກຮຽນແບບສິ້ນລາວ (Copy) ຫຼືເຄື່ອງນຸ່ງລາວນໍາເອົາມາຈໍາໜ່າຍພາຍໃນງານຢ່າງເດັດຂາດ. ຫ້າມວາງ, ຂາຍເຄື່ອງ ແລະນໍາເຄື່ອງສຽງອອກມາໂຄສະນາສິນຄ້າຢູ່ນອກບໍລິເວນຮ້ານ ເກີນຂອບເຂດທີ່ຄະນະກໍາມະການຈັດງານໄດ້ກໍານົດໃຫ້. ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ: ກະແຊັດ, ແຜ່ນຊີດີລາມົກ ແລະ ຮູບພາບລາມົກອະນາຈານເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ. ຫ້າມຂາຍເຄື່ອງຊະຊາຍ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະກໍາມະການຈັດງານ ຢູ່ຕະຫຼາດນັດ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປີນີ້. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ, ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼືນໍາຕົນໄປພັກຜ່ອນໄວ້ກ່ອນ.
ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານ, ອົງການປົກຄອງບ້ານທີ່ກີດຂວາງ ການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກໍາມະການຈັດງານຕະຫຼາດນັດ. ຫ້າມຕອກເຫຼັກ ຫຼືສິ່ງຂອງຕ່າງໆໃສ່ພື້ນທີ່ຢ່າງເດັດຂາດ.
ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆພາຍໃນງານ.
ຫ້າມຜູ້ສໍາປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ຜູ້ສໍາປະທານອື່ນຈັບຈອງຕໍ່ເດັດຂາດ. ຫ້າມມີການໂຄສະນາສິນຄ້າ ໂດຍການໃຊ້ນາງສາວອອກມາເຕັ້ນໂຊ ແລະ ບໍ່ໃຫ້ມີການຈັດຄອນເສີດ ໂດຍລຳພັງ.
ແຫລ່ງຂ່າວ:ລາວພັດທະນາ