ເກີດອຸປະຕິເຫດ! ລົດໃຫ່ຍຢຽບຄົນສະຕິບໍ່ດີ ນອນຢູ່ຫົນທາງ ເສຍຊິວິດຄາທີ່ທັນທີ
ວັນທີ 08.10.2019 ທີ່ຜ່ານມາ ເວລາປະມານ 21:05 ນາທີໄດ້ມີປະຊາຊົນແຈ້ງເຫດເຂົ້າເບີສຸກເສີນ ກູ້ໄພ ນະຄອນຫຼວງວຽງຈັນ 1624 ວ່າມີລົດໃຫຍ່ຢຽບຄົນເປັນບ້າ ນອນເສຍຊີວິດຢູ່ທີ່ບ້ານໂພນພະເນົາເມືອງໄຊເສດຖານະຄອນຫຼວງວຽງຈັນ. ທີມໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງວຽງຈັນຈຶ່ງໄດ້ອອກກວດສອບພົບຜູ້ເສຍຊີວິດເປັນເພດຊາຍ1ຄົນ. ເຊິ່ງໄດ້ຮັບກະທົບຢູ່ທີ່ຫົວແລະແຜຢູ່ທີ່ເປີດຢູ່ໃບໜ້າ.
ຂໍສະແດງຄວາມເສຍໃຈກັບເຫດການໃນຄັ້ງນີ້ດ້ວຍ. ໄປສູ່ສຸຂະຕິເດີ ຖ້າເກີດຊາດໜ້າກະໃຫ້ເປັນຄົນເຕັມສ່ວນເດີ່
ຂໍ້ມູນມາຈາກ : ລາວ360ອົງສາ