ໂຄງການ Miss World Laos ເດີນທາງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນຢູ່ບ້ານເກີດຂອງ “ເນລະມິດ ໄຊປັນຍາ”
ກອງປະກວດ Miss World Laos 2019 ແລະ ສາວໆຜູ້ເຂົ້າປະກວດນຳໂດຍ ເນລະມິດ ໄຊປັນຍາ ຜູ້ຄອງຕຳແໜ່ງໃນປີນີ້ ເດີນທາງໄປມອບເຄື່ອງຊ່ວຍເຫຼືອເປັນອຸປະກອນການຮຽນຢູ່ທີ່ໂຮງຮຽນປະຖົມສົມບູນຖໍ້າເທີບ ເມືອງກາສີ ແຂວງວຽງຈັນ.
ທັງນີ້ ເມືອງກາສີຖືວ່າເປັນເມືອງເກີດຂອງ ເມ – ເນລະມິດ ໄຊປັນຍາ ຜູ້ຄອງມຸງກຸດ Miss World Laos 2019 ເຊິ່ງຜູ້ກ່ຽວເຄີຍໃຫ້ສຳພາດໄວ້ກັບທີມຂ່າວບັນເທີງເມື່ອບໍ່ດົນມນີ້ວ່າ ນີ້ເປັນໜຶ່ງໃນຫຼາຍໆກິດຈະກຳຊ່ວຍເຫຼືອສັງຄົມທີ່ ເມ ຈະໄດ້ເຮັດຮ່ວມກັບກອງປະກວດ.
ທັງນີ້ ເຄື່ອງຊ່ວຍເຫຼືອທີ່ນຳໄປມອບໃຫ້ເດັກນັກຮຽນໃນໂຮງຮຽນປະຖົມສົມບູນດັ່ງກ່າວປະກອບມີ ອຸປະກອນການຮຽນ, ເຄື່ອງນຸ່ງ, ກະເປົາ, ປື້ມຂຽນ ແລະ ອີກຫຼາຍຢ່າງ ເຊິ່ງທາງກອປະກວດກໍໄດ້ກ່າວຂອບໃຈສັງຄົມ ແລະ ໜູ່ເພືອນທຸກພາກສ່ວນທີ່ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນຄົນລະເລັກລະໜ້ອຍເຮັດໃຫ້ໂຄງການນີ້ເກີດຂຶ້ນໄດ້.