ເງິນກີບຍັງອ່ອນຄ່າຕໍ່ເນື່ອງ

ອັດຕາແລກປ່ຽນສະເພາະແຕ່ຕົ້ນເດືອນກັນຍາ ຫາ ຕົ້ນເດືອນຕຸລາ 2019 ເງິນກີບອ່ອນຄ່າຈາກລະດັບ 291 ກີບຕໍ່ 1 ບາດ ລົງມາເປັນ 294 ເຊິ່ງຖືວ່າເປັນການອ່ອນຄ່າລົງຫຼາຍ ຫາກທຽບໃສ່ເດືອນມິຖຸນາ 2019 ຢູ່ທີ່ 276 ກີບຕໍ່ 1 ບາດ. ຂະນະທີ່ເງິນກີບທຽບໃສ່ໂດລາ ກໍຍັງອ່ອນຄ່າຢູ່ແຕ່ບໍ່ຫຼາຍຢູ່ທີ່ 8.781 ຫາ 8.828 ກີບຕໍ່ 1 ໂດລາ.

ດ້ານນັກເສດຖະສາດຫຼາຍຄົນເຊື່ອວ່າການສົ່ງອອກໃນໄລຍະທ້າຍປີນີ້ ຈະເປັນແຮງຍູ້ເຮັດໃຫ້ເງິນກີບບໍ່ອ່ອນຄ່າຫຼາຍ ແລະ ຈະກັບມາແຂງຄ່າອີກໃນໄລຍະຍາວ. ເວົ້າສະເພາະອັດຕາແລກປ່ຽນເງິນກີບທຽບໃສ່ເງິນບາດ ໃນເດືອນກັນຍາ 2019 ເຫັນວ່າເງິນກີບອ່ອນຄ່າໃນລະດັບ 291 ຫາ 294 ກີບຕໍ່ 1 ບາດ.

ໃນນີ້, ເລີ່ມຕົ້ນມື້ທໍາອິດຂອງເດືອນໃນວັນທີ 2 ກັນຍາ ເງິນກີບອ່ອນຄ່າຢູ່ທີ່ 291 ກີບຕໍ່ 1 ບາດ ກ່ອນທີ່ຈະຫຼຸດລົງມາເປັນ 292 ກີບຕໍ່ 1 ບາດ ໃນວັນທີ 3, 4, 6, 9, 10, 11 ຕາມລໍາດັບ. ຈາກນັ້ນ, ອັດຕາແລກປ່ຽນຍັບຫຼຸດລົງອີກເປັນ 293 ກີບຕໍ່ບາດ ໃນວັນທີ 5, 12, 16, 17, 18,19, 25, 26, 27 ແລະ ວັນທີ 30; ກ່ອນທີ່ຈະສືບຕໍ່ອ່ອນຄ່າລົງເປັນ 294 ກີບຕໍ່ 1 ບາດ ໃນວັນທີ 13, 20, 23 ແລະ 24 ຕາມລໍາດັບ. ສະເພາະແຕ່ອາທິດທຳອິດຂອງເດືອນຕຸລາ ມີການປ່ຽນແປງ 2 ຄັ້ງ ໂດຍໃນວັນທີ 1 ຕຸລາ ຢູ່ທີ່ 294 ກີບຕໍ່ 1 ບາດ.

ຈາກນັ້ນ, ມາວັນທີ 2 – 3 ຕຸລາ ຢູ່ທີ່ 293 ກີບຕໍ່ 1 ບາດ ຕົກມາຮອດວັນທີ 4 ຕຸລາ ກັບມາອ່ອນຄ່າຢູ່ທີ່ 294 ກີບຕໍ່ 1 ບາດ. ສ່ວນອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນໂດລາຍັງບໍ່ປ່ຽນແປງຫຼາຍ ຢູ່ລະ ຫວ່າງ 8.781 ຫາ 8.828 ກີບຕໍ່ 1 ໂດລາເທົ່ານັ້ນ ເຊິ່ງໃນທໍາອິດຂອງເດືອນຢູ່ທີ່ 8.781 ຫາ 8.801 ກີບຕໍ່ 1 ໂດລາ ໃນວັນທີ 2 – 6 ກັນຍາ ແລະ ຍັງອ່ອນຄ່າແຕ່ 8.803 ຫາ 8.805 ກີບຕໍ່ 1 ໂດລາ ໃນວັນທີ 9, 10, 11, 13 ແລະ ວັນທີ 16; ສ່ວນວັນທີ 12 – 30 ກັນຍາ ເງິນກີບອ່ອນຄ່າໃນລະດັບ 8.808 ຫາ 8.828 ຕາມລໍາດັບ. ວັນທີ 1 ຕຸລາ ຢູ່ທີ່ 8.831 ກີບຕໍ່ 1 ໂດລາ ຕົກມາຮອດ ວັນທີ 4 ຕຸລາ ຢູ່ທີ່ 8.825 ກີບຕໍ່ 1 ໂດລາ.

ນັກວິເຄາະຂອງທະນາຄານທຸລະກິດແຫ່ງໜຶ່ງ ໃຫ້ເຫດຜົນວ່າ: ເງິນກີບອ່ອນຄ່າທຽບໃສ່ເງິນບາດ ແລະ ເງິນໂດລາ ເມື່ອເດືອນກັນຍາ ຖືວ່າເປັນການອ່ອນຄ່າສູງທີ່ສຸດໃນຮອບຫຼາຍປີ ເຊິ່ງເກີດຈາກປັດໄຈພາຍນອກ ແລະ ພາຍໃນທີ່ພວກເຮົາຮູ້ກັນຢູ່ ແຕ່ຫາກທຽບໃສ່ກັບຮ້ານແລກປ່ຽນທົ່ວໄປຂ້າງນອກກໍຍິ່ງຕ່າງກັນຫຼາຍເທົ່າ ເຊິ່ງເປັນໄປຕາມກົນໄກເສດຖະກິດຕະຫຼາດ ໂດຍສະເພາະແມ່ນຄວາມຕ້ອງການ ກັບ ການສະໜອງທີ່ບໍ່ດຸນດ່ຽງກັນ.

ຂະນະທີ່, ນັກເສດຖະສາດອາວຸໂສ ປະຈໍາທະນາຄານພັດທະນາອາຊີ ໄດ້ອະທິບາຍຕື່ມວ່າ: ບັນດາປັດໄຈທີ່ເຮັດໃຫ້ອັດຕາແລກປ່ຽນເໜັງຕີງໂດຍທົ່ວໄປແລ້ວອັດຕາແລກປ່ຽນເງິນຕາມີການປ່ຽນແປງຕະຫຼອດເວລາຕາມຄວາມຕ້ອງການ ແລະ ການສະໜອງຢູ່ໃນຕະຫຼາດ ເຊິ່ງຄວາມຕ້ອງການຊື້ເງິນຕາຕ່າງປະເທດ ເຊິ່ງເກີດຈາກການສັ່ງຊື້ສິນຄ້າ – ບໍລິການຈາກຕ່າງປະເທດ ລວມທັງກະແສເງິນທຶນໄຫຼອອກ ແຕ່ໃນທາງກົງກັນຂ້າມຄວາມຕ້ອງການຂາຍເງິນຕາທີ່ເປັນຜົນມາຈາກສົ່ງສິນຄ້າ – ບໍລິການໄປຂາຍຕ່າງປະເທດ ລວມທັງກະແສເງິນທຶນໄຫຼເຂົ້າ. ສະນັ້ນ, ຈຶ່ງເຫັນໄດ້ວ່າຫຼັກເກນຂອງຄວາມຕ້ອງການ ແລະ ການສະໜອງ ຈຶ່ງເປັນປັດໄຈພື້ນຖານທີ່ເຮັດໃຫ້ຕະຫຼາດເງິນຕາຕ່າງປະເທດມີການເຄື່ອນໄຫວ ແລະ ອັດຕາແລກປ່ຽນມີການເໜັງຕີງ.

ຢ່າງໃດກໍຕາມ, ຫາກພິຈາລະນາ ແລະ ວິເຄາະທ່າອ່ຽງອັດຕາແລກປ່ຽນຕ້ອງສຶກສາລາຍລະອຽດຂອງປັດໄຈດ້ານຕ່າງໆ ໄປຄຽງຄູ່ກັບຜົນກະທົບຂອງປັດໄຈທີ່ຈະມີຜົນຕໍ່ອັດຕາແລກປ່ຽນນັ້ນໆທັງໄລຍະສັ້ນ ແລະ ໄລຍະຍາວ. ຫາກຢ້ອນກັບໄປເມື່ອຫຼາຍປີຜ່ານມາ ເງິນກີບເຮົາເຄີຍແຂງຄ່າ ຫຼື ອ່ອນຄ່າສູງສຸດທຽບໃສ່ເງິນບາດໃນລະດັບ 240 – 290 ກີບຕໍ່ 1 ບາດ ແລະ ທຽບໃສ່ກັບເງິນໂດລາ ໃນລະດັບ 7.000 – 12.000 ກີບຕໍ່ 1 ໂດລາ.

ຜູ້ຊ່ຽວຊານດ້ານການເງິນປະຈໍາອົງການຈັດຕັ້ງສາກົນແຫ່ງໜຶ່ງ ໃຫ້ທັດສະນະວ່າ: ເຫດຜົນທີ່ເຮັດໃຫ້ອັດຕາແລກປ່ຽນຂຶ້ນ – ລົງ ມີທັງປັດໄຈໄລຍະສັ້ນ, ກາງ ແລະ ຍາວ ເປັນຕົ້ນແມ່ນ: 1). ໄລຍະສັ້ນ ແມ່ນຄວາມແຕກຕ່າງຂອງອັດຕາດອກເບ້ຍລະຫວ່າງປະເທດ; 2). ປັດໄຈທາງດ້ານເສດຖະກິດ; 3). ຄວາມສະຖຽນລະພາບຂອງປະເທດນັ້ນໆ; 4). ປັດໄຈດ້ານເຕັກນິກການຕະຫຼາດ – ການເກງກໍາໄລ; 4). ການຜັນຜວນຂອງຄ່າເງິນ ແລະ ອື່ນໆ. ສ່ວນໄລຍະກາງ ແລະ ໄລຍະຍາວ ເຫັນວ່າຕ້ອງອີງໃສ່ພື້ນຖານເສດຖະກິດຂອງປະເທດເປັນຫຼັກ ໂດຍສະເພາະແມ່ນການຂະຫຍາຍຕົວທາງດ້ານເສດຖະກິດໃນແຕ່ລະໄລຍະ, ການຄ້າລະຫວ່າງປະເທດ, ອັດຕາເງິນເຟີ້, ນະໂຍບາຍທາງດ້ານເງິນຕາ ແລະ ຍຸດທະສາດໄລຍະຍາວ ເຫຼົ່ານີ້ເປັນຕົ້ນ.

 

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *