ລັດຖະມົນຕີ ປທສ ຕ້ອນຮັບທູດຍີ່ປຸ່ນ ຄົນໃໝ່
ໃນວັນທີ 2 ຕຸລານີ້, ທ່ານ ທັນສະໄໝ ກົມມະສິດ ລັດຖະ ມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຕ້ອນຮັບທ່ານ ເຄໂຊ ທາເກວະກະ (Keizo Takewaka) ເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຢີ່ປຸ່ນ ປະຈຳ ສປປ ລາວ ໃນວັນທີ 2 ຕຸລານີ້ ທີ່ກະຊວງ ປທສ ເນື່ອງໃນໂອກາດ ມາດໍາລົງຕໍາແໜ່ງ ເປັນເອກອັກຄະລາຊະທູດຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານ ທັນສະໄໝ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ເຄໂຊ ທາເກວະກະ ທີ່ໄດ້ຖືກແຕ່ງຕັ້ງໃຫ້ ມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຊຶ່ງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມ ມື ລະຫວ່າງ 2 ປະເທດໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
ນອກຈາກນີ້ ທັງສອງຝ່າຍ ຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມືທາງດ້ານຂະ ແໜງການໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານກໍ່ຄື ການເສີມຂະຫຍາຍສາຍພົວ ພັນຮ່ວມມືອັນດີງາມລະຫວ່າງ 2 ລັດຖະບານ ແລະ ປະຊາຊົນ 2 ຊາດລາວ – ຍີ່ປຸ່ນ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ.
ທ່ານທູດຍີ່ປຸ່ນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະ ມົນຕີ ກະຊວງ ປທສ ທີ່ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ຢ່າງອົບອຸ່ນ, ເປັນກັນເອງ ພ້ອມທັງ ຈະສືບຕໍ່ປະຕິບັດໜ້າທີ່ການທູດຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.
(ຂ່າວ-ພາບ: ພະແນກເລຂານຸການ-ພິທີການ)