ອົງການປົກຄອງ ນວ ພິຈາລະນາຫຼາຍບັນຫາພົ້ນເດັ່ນ
ກອງປະຊຸມອົງການປົກຄອງ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 26 ຈັດຂຶ້ນວັນທີ 1-2 ຕຸລາ 2019 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີບັນດາຮອງເຈົ້າຄອງ ຄະນະປະຈຳພັກ ຄະນະພັກຮາກຖານ ເລຂາໜ່ວຍພັກ ຫົວໜ້າພະແນກການ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບການລົງສຳຫຼວດເຂດສະຫງວນກິດຈະ ການປິ່ນອ້ອມ ເພື່ອບໍລິການໂຄງການທາງດ່ວນວຽງຈັນ ໝາຍເລກ 1 ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2020 ຂອງ ນວ ການເບີກຈ່າຍເງິນຊົດເຊີຍທີ່ດິນ ທີ່ຖືກຜົນກະທົບຈາກໂຄງການເຂດພັດທະນາກວມລວມໄຊເສດຖາ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າຄອງຊີບຕາມຕະ ຫຼາດ ເຊິ່ງປະກອບມີບົດສະຫຼຸບວຽກງານຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນ ນວ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2020.
ນອກນີ້ ກອງປະຊຸມຍັງໄດ້ພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບການສະເໜີຂໍນຳໃຊ້ບໍລິເວນສະຖານທີ່ ແລະ ອາຄານເກົ່າກະຊວງຍຸຕິທຳ ເພື່ອບູລະນະສ້ອມແປງເປັນສະຖານທີ່ພິພິທະພັນມູນເຊື້ອມໍລະດົກແຄນລາວ ມໍລະດົກໂລກ ແລະ ມໍລະດົກເຄື່ອງດົນຕີພື້ນເມືອງບັນດາເຜົ່າຂອງລາວ ຕິດພັນກັບການພັດທະນາແຫຼ່ງທ່ອງທ່ຽວ ແລະ ບໍລິການທ່ອງທ່ຽວປະຫວັດສາດ ແລະ ວັດທະນະທຳ ສະພາບດິນເຈື່ອນ ເມືອງໄຊທານີ ການກະກຽມກິດຈະການທ່ອງທ່ຽວ ແລະ ມາດຕະການປ້ອງກັນ ແລະ ຈຳກັດສຽງເນືອງນັນໃນ 3 ເດືອນທ້າຍປີ 2019 ພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບປະຊາຊົນ 18 ຄອບຄົວ ຢູ່ບ້ານໂພນເງິນ ໂພສີ ສະຫວ່າງ ແລະ ບ້ານປ່າຝາງ ເຂດບ້ານຫ້ອມ ທີ່ສະເໜີຂໍໃຫ້ຂັ້ນເທິງລົງກວດກາ ແລະ ດັດແກ້ເນື້ອທີ່ດິນຄືນ ເຊິ່ງດິນຕັ້ງຢູ່ບ້ານດອນເກີດ ເມືອງຫາດຊາຍຟອງ ແຜນຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບສະພາບພົ້ນເດັ່ນ ປະຈຳເດືອນກັນຍາ 2019 ແລະ ແຜນຈຸດສຸມປະຈຳເດືອນຕຸລາ 2019.