ກິນແນວໃດຊ່ວຍຫຼຸດ “ຄວາມດັນເລືອດສູງ”?
ຄວາມດັນເລືອດສູງມັກເປັນໂລກປະຈຳຂອງຜູ້ທີ່ເລີ້ມມີອາຍຸສູງຂື້ນ ເນື່ອງມາຈາກອາຍຸທີ່ຫຼາຍຂື້ນ ອາຫານການກິນທີ່ບໍ່ສາມາດກິນຕາມໃຈປາກຄືແຕ່ກ່ອນ ການເຜົາຜານພະລັງງານທີ່ຫຼຸດລົງຈາກກິດຈຳກຳທີ່ເຮັດໃນແຕ່ລະວັນໜ້ອຍລົງ ແລະໂລກປະຈຳຕ່າງໆລຸມເລົ້າ ແຕ່ຫາກສາມາດປັບພຶດຕິກຳການກິນໄດ້ກໍ່ຊ່ວຍໃຫ້ອາການຄວາມດັນເລືອດສູງດີຂື້ນໄດ້ຫຼາຍ
ກິນແນວໃດຊ່ວຍຫຼຸດຄວາມດັນ
-ກິນປາແລະຖົ່ວຕ່າງໆ ທັງສົດ ທັງແຫ້ງ ໃຫ້ຫຼາຍຂື້ນ
-ກິນຄວາມຫວານຈາກໝາກໄມ້ສົດ ແທນນ້ຳຕານສັງເຄາະ ແລະເຂົາໜົມກິນຫຼິ້ນ
-ຫຼຸດການປຸງອາຫານລົງ ທັງຫວານ ເຄັມ ເຜັດ
-ເລືອກກິນຄາໂບໄຮເດດເຊີງຊ້ອນ (ເຂົ້າກ້ອງ ເຂົ້າໜົມປັງໂຮວີດ) ແທນຄາໂບໄຮເດດເຊີງດ່ຽວ (ເຂົ້າໜົມປັງຂາວ)
-ກິນໝາກໄມ້ທັງໜ່ວຍແທນການດື່ມນ້ຳໝາກໄມ້
-ເລືອກກິນໄຂມັນອິ່ມໂຕເຊັ່ນ ນ້ຳມັນມາກກອກ ນ້ຳມັນດອກກາໂນລາ ນ້ຳມັນຖົ່ວເຫຼືອງ ແທນເນີຍ ນ້ຳມັນໝາກພ້າວ ນ້ຳມັນປາມ ທີ່ເປັນໄຂມັນອິ່ມໂຕ
-ເລືອກກິນອາຫານທີ່ເຮັດຈາກວັດຖຸດິບສົດໃໝ່ ຫຼືແຊ່ແຂງ ແທນອາຫານກະປ໋ອງ ຫຼືອາຫານສຳເລັດຮູບ
-ເລືອກກິນອາຫານໂຊດຽມຕ່ຳໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ໂດຍໃຊ້ເຄື່ອງເທດຕ່າງໆ ສະໝຸນໄພ ນ້ຳສົມສາຍຊູ ໝາກນາວ ແລະເຄື່ອງປຸງອື່ນໆແທນເກືອ ນ້ຳປາ ຊອສຖົ່ວເຫຼືອງ ຊອສໝາກເລັ່ນ ທີ່ມີໂຊດຽມສູງ
-ກິນອາຫານທີ່ໃຫ້ພະລັງງານສູງໃຫ້ໜ້ອຍທີ່ສຸດ ຮັກສາສົມດຸນຂອງອາຫານທີ່ກິນ ກັບການອກກຳລັງກາຍໃຫ້ດີ
-ບັນທຶກອາຫານທີ່ກິນໃນແຕ່ລະວັນແລ້ວນຳມາເຊັກລາຍອາທິດ ເຊັກໄດ້ດ້ວຍຕົນເອງວ່າອັນໃດທີ່ຄວນກິນຫຼືບໍ່ຄວນກິນໃນອາທິດຕໍ່ໄປ ຫຼືນຳບັນທຶກອາຫານໄປປຶກສານັກໂພຊະນາການໄດ້