ເທຼນຊຸດໄໝລາວ ສໍາລັບເທສະການງານດອງໃນລະດູການນີ້
ໄລຍະນີ້ກໍມີການຈັດພິທີການງານມຸງຄຸນຕ່າງໆ ໂດຍສະເພາະແມ່ນເທສະການງານດອງ ທີ່ເປັນອີກໜຶ່ງງານທີ່ເປັນປະເພນີຂອງລາວເຮົາ.
ແນ່ນອນສາວໆເວລາຈະໄປງານດອງທັງທີກໍຕ້ອງຈັດເຕັມກັນບໍ່ວ່າຈະເປັນເສື້ອຜ້າ ໜ້າ ຜົມ, ແນ່ນອນໃນເລື່ອງຂອງແຟຊັ່ນຊຸດໄໝລາວ ບາງງານກໍມາເປັນແບບ concept ສີສັນທີ່ໃຫ້ເຂົ້າ theme ກັບເຈົ້າບ່າວເຈົ້າສາວ ຫຼື ເຈົ້າພາບ ແລະ ເທຼນຂອງຊູດໄໝທີ່ໃຊ້ໄປງານດອງກໍມີການອັບເດດໄປເລື້ອຍໆ ບໍ່ຊໍ້າກັນໃນແຕ່ລະໄລຍະ ໂດຍສະເພາະແມ່ນບັນດາສາວໆ ທີ່ຕ້ອງໄດ້ອັບເດດແບບໃໝ່ໆ ໃຫ້ເຂົ້າກັບຍູກສະໄໝໃນປັດຈຸບັນ ດຽວເຂົາສິວ່າບໍ່ນໍາເທຼນ ຮະຮະ ສະນັ້ນ, ມື້ນີ້ ພວກເຮົາກໍໄດ້ເອົາແບບຊຸດໄໝລາວງາມໆຂອງສາວໆງາມໆມາໃຫ້ໄດ້ເບິ່ງນໍາກັນ ເພື່ອເປັນໄອເດຍໃຫ້ກັບສາວໆທີ່ຕ້ອງການແບບຊຸດງາມໆທີ່ຈະໃສ່ໄປໃນງານດອງ ໃຫ້ເໝາະກັບບຸກຄະລິກຂອງແຕ່ລະຄົນ ເຊິ່ງຈະມີແບບໃດນັ້ນມາເບິ່ງນໍາກັນເລີຍ.
ໃຜມັກແບບໃດເລືອກເອົາເລີຍສາວໆ.