ໄອເດຍແຕ່ງໂຕດ້ວຍແຟຊັ່ນຜ້າລິນິນເກ໋ໆ ນຸ່ງແລ້ວບໍ່ຮ້ອນ!
ຢູ່ບ້ານເຮົາອາກາດຮ້ອນແທບຈະ 365 ວັນຕໍ່ປີ ຈະເລືອກເຄື່ອງນຸ່ງທັງທີກໍ່ຕ້ອງເລື່ອກແບບນຸ່ງແລ້ວບໍ່ຄ່ອຍຮ້ອນຈະດີກວ່າ ເພາະສະນັ້ນແຟຊັ່ນຜ້າລິນິນກໍ່ເລີຍຮິດກັນຍາວໆໃນບ້ານເຮົາ ເພາະເຖິງຈະລີດຍາກແດ່ແຕ່ນຸ່ງແລ້ວສະບາຍໂຕ
ເຄັດລັບນູ່ງເຄື່ອງຜ້າລິນິນກໍ່ຄື ຖ້າຢາກໃຫ້ລຸກເບິ່ງມິນິມອລແບບທີ່ເນັດໄອດອລຮິດກັນ ກໍ່ມາຈັບຕູ່ເປັນເຊັດເຂົາກັນໄປເລີຍ ຈະໄດ້ອາລົມສາວຍີ່ປຸ່ນ ເກົາຫຼີ ທ່ແຕ່ງໂຕເບົາໆ ຊ່ວງໜ້າຮ້ອນ ແຕ່ຖ້າຢາກນຸ່ງໂຕດຽວບໍ່ກ່ຽວກັບໃຜ ກໍ່ເລືອກຈັບຄູ່ກັບເສື້ອຜ້າທີ່ບາງເບົາຄືກັນ ຈະເຂົາກັນໄດ້ດີກວ່າ ບໍ່ເອົາໄປໃສ່ກັບຜ້າວູລ ຫຼືຜ້າໜາໆ ມັນບໍ່ເລີດ