ປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າສະເພາະຜະລິດຕະພັນ
ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ປະກາດການນຳໃຊ້ລະບຽບແຫຼ່ງກຳເນີດສິນຄ້າສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນພາຍໃຕ້ເຂດການຄ້າເສລີ ອາຊຽນ – ສ.ເກົາຫຼີ ທີ່ໂອນຖ່າຍຈາກລະບຽບແຫຼ່ງກຳເນີດສະເພາະຜະລິດຕະພັນ PSR HS 2012 ມາເປັນ PSR HS 2017 ມີຜົນວັນທີ 1 ກັນຍາຜ່ານມາ.
ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງເລກທີ 1066/ອຄ.ກຂອ ນະຄອນຫຼວງວຽງຈັນ ວັນທີ 22 ສິງຫາ 2019 ວ່າດ້ວຍການປະກາດລະບຽບແຫຼ່ງກຳເນີດສິນຄ້າສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນພາຍໃຕ້ເຂດການຄ້າເສລີ ອາຊຽນ – ສ.ເກົາຫຼີ ທີ່ໂອນຖ່າຍຈາກລະບຽບແຫຼ່ງກຳເນີດສະເພາະຜະລິດຕະພັນ ( Product Specific Rules: PSR ) PSR HS 2012 ມາເປັນ PSR HS 2017.
ຂໍ້ຕົກລົງດັ່ງກ່າວແມ່ນອີງຕາມດຳລັດວ່າການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ ລົງວັນທີ 24 ກໍລະກົດ 2017, ອີງໃສ່ຜົນກອງປະຊຸມຄະນະກຳມະການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ – ສ.ເກົາຫຼີ ຄັ້ງທີ 17 ໃນລະຫວ່າງວັນທີ 12 – 14 ກຸມພາ 2019 ທີ່ນະຄອນຫຼວງເຊອູນ ສ.ເກົາຫຼີ ທີ່ໄດ້ສຳເລັດການປັບປຸງລະບຽບ ສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ ແລະ ອີງຕາມການສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ.
ດັ່ງນັ້ນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ: ມາດຕາ 1 ປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ ( Product Specific Rules: PSR ) ພາຍໃຕ້ເຂດການຄ້າເສລີ ອາຊຽນ – ສ.ເກົາຫຼີ ທີ່ໂອນຖ່າຍຈາກລະບຽບແຫຼ່ງກຳເນີດສະເພາະຜະລິດຕະພັນ PSR HS 2012 ມາເປັນ PSR HS 2017.
ມາດຕາ 2 ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ຮັບຜິດຊອບແນະນຳ ແລະ ເຜີຍແຜ່ ວິທີຈັດຕັ້ງປະຕິບັດລະອຽດ ກ່ຽວກັບລະບຽບການດັ່ງກ່າວ ເພື່ອເຮັດໃຫ້ຂໍ້ຕົກລົງສະບັບນີ້ ຖືກປະຕິບັດຢ່າງໄດ້ຮັບຜົນດີ.
ມາດຕາ 3 ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ແຕ່ວັນທີ 1 ກັນຍາ 2019 ເປັນຕົ້ນໄປ.
ຂໍ້ຕົກລົງສະບັບນີ້ໃຊ້ປ່ຽນແທນຂໍ້ຕົກລົງວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນພາຍໃຕ້ຂອບສັນຍາການຄ້າເສລີ ອາຊຽນ – ສ.ເກົາຫຼີ ທີ່ໂອນຖ່າຍຈາກລະບົບລະຫັດອັດຕາພາສີເອກະພາບອາຊຽນ ສະບັບ AHTN 2007 ມາເປັນ AHTN 2012, ສະບັບເລກທີ 0945/ອຄ.ກຂອ ລົງວັນທີ 18 ພຶດສະພາ 2015.
ສຳລັບລາຍລະອຽດເພີ່ມຕື່ມຂອງຂໍ້ຕົກລົງທີ່ກ່າວມາຂ້າງເທິງ ແລະ ຂໍ້ມູນຕ່າງໆກ່ຽວກັບສິດທິພິເສດທາງການຄ້າ ສາມາດດາວໂຫຼດໄດ້ທີ່ເວັບໄຊ www.laotradeportal.gov.la ຫຼື ໂທ 021 450255.
ແຫຼ່ງຂ່າວ: ເສດຖະກິດ-ການຄ້າ